(ພາບ:tapchitaichinh.vn)
(vovworld)- ຕອນເຊົ້າວັນທີ 19/8, ຢູ່ນະຄອນບວນມາທວດ ແຂວງດັກລັກ, ຄະນະເສດຖະກິດສູນກາງ ໄດ້ເຮັດວຽກກັບຄະນະຊີ້ນຳເຂດໄຕງວຽນ ພາຍຫຼັງ 5 ປີແຫ່ງການປະຕິບັດມະຕິເລກທີ 26 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບບັນຫາກະສິກຳ-ຊາວກະສິກອນ-ຊົນນະບົດຢູ່ບັນດາແຂວງເຂດໄຕງວຽນ. ຕາມການຕີລາຄາຂອງຄະນະເສດຖະກິດສູນກາງ, ຊີວິດການເປັນຢູ່ຂອງ ປຊຊ ໃນເຂດໄຕງວຽນ ນັບມື້ນັບໄດ້ຮັບການພັດທະນາ ແຕ່ເພື່ອໃຫ້ເຂດໄຕງວຽນ ມີການພັດທະນາແບບຍືນຍົງກ່ວາອີກ, ຕອ້ງຍົກສູງສະຕິຄວາມຮັບຮູ້ ແລະ ລະດັບຄວາມຮູ້ດ້ານວິທະຍາສາດເພື່ອພັດທະນາການຜະລິດ, ຮັກສາຊີວິດຂອງ ປຊຊ ເຂດຊົນນະບົດເປັນປົກກະຕິຍາວນານ.
ພາຍຫຼັງ 5 ປີໄດ້ຜັນຂະຫຍາຍມະຕິເລກທີ 26 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບບັນຫາກະສິກຳ-ຊາວກະສິກອນ-ຊົນນະບົດ, ເສດຖະກິດກະສິກຳເຂດໄຕງວຽນ ໄດ້ມີການຫັນປ່ຽນຫຼາຍພໍສົມຄວນ. ມູນຄ່າການຜະລິດກະສິກຳປີ 2012 ບັນລຸເກືອບ 94.000 ຕື້ດົ່ງ, ວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄດ້ຮັບການຍູ້ແຮງ. ໃນ 5 ປີຜ່ານມາ, ທົ່ວເຂດໄຕງວຽນ ໄດ້ໜູນຊ່ວຍ ແລະ ກໍ່ສ້າງເຮືອນຢູ່ເກືອບ 43.500 ຫຼັງໃຫ້ແກ່ຄົນທຸກຍາກ, ຊາວເຜົ່າສ່ວນໜ້ອຍ, ຄອບໂຄວນະໂຍບາຍ, ສ້າງວຽກເຮັດງານທຳໃຫ້ຄົນງານເກືອບ 99.000 ຄົນໃນແຕ່ລະປີ…