ຄະນະໂຄສະນາສຶກສາ ສູນກາງຈັດກອງປະຊຸມສື່ມວນຊົນຕົ້ນລະດູ ບານໃໝ່

ຄະນະໂຄສະນາສຶກສາ ສູນກາງຈັດກອງປະຊຸມສື່ມວນຊົນຕົ້ນລະດູ ບານໃໝ່ - ảnh 1
( ພາບ: http://www.tuyengiao.vn )
( VOV World ) ຕອນ​ເຊົ້າ​ວັນ​ທີ 31 ມັງກອນ​ຢູ່​ ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ຈັດກອງ​ປະ​ຊຸມສື່​ມວນ​ຊົນ​ຕົ້ນ​ລະດູບານ​ໃໝ່. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ດິງ​ເທ໋ຮຸຽງ ຫົວ​ນະ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຊີ້​ນຳ​ວ່າ, ​ໃນ​ປີ​ໃໝ່ 2012 ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ສຸມ​ໃສ່​ເຂົ້າ​ບັນດາ​ໜ້າ​ທີ່​ການ​ເມືອງ​​​ເຊິ່ງ​ຈຸດ​ສຸ​ມນັ້ນແມ່ນ, ​ໂຄສະນາ, ນຳ​​ເນື້ອ​ໃນບັນດາມະຕິ, ​ເອກະສານ​ຂອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງທີ 4 ກ່ຽວ​ກັບ​ບັນຫາ​ກໍ່ສ້າງ​ພັກ​ເຂົ້າ​ໃນ​ຊີວິດ, ຍຸ​​ແຮງບັ້ນ​ຂົນຂວາຍ “ ຮໍ່າຮຽນ​ ​ແລະ ປະຕິບັດ​ຕາ​ມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິ​ງ ”, ​ໂຄສະນາ​ໃຫ້​ແກ່​ວຽກ​ງານ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສ້າງ​ກົດໝາຍ, ​ໃນ​ນັ້ນສຳຄັນ​ກວ່າ​ໝູ່​ແມ່ນ​ການ​ປັບ​ປຸງລັດຖະທຳ​ມະນູນ​ຂອງ​ປະ​ເທດ, ຍູ້​ແຮງ​ບັນດາຂະ​ບວນການຜະລິດ​ພັດທະນາ​ເສດຖະກິດ​ສັງຄົມ, ຕົ້ນ​ຕໍ່​ແມ່ນ​ໃນ​ລະດູ​ໜາວ​ຕໍ່​ລະດູບານ​ໃໝ່ຢູ່​​ບັນດາເຂ​ດ​ແຄ້ວນ… ​ໃຫ້​ຂໍ້​ສັງ​ເກດວ່າ​ປີ 2012 ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ທ່ານ ດິງ​ເທ໋ຮຸຽງ ​ໄດ້​ສະ​ເໜີ​ວ່າ, ​​ໂດຍ​ແມ່ນ​ກຳລັງ​ທີ່​ມີ​ບົດບາດນຳ​ໜ້າ​ໃນ​ວຽກ​ງານ​ໂຄສະນາ, ສື່​ມວນ​ຊົນທົ່ວ​ປະ​ເທດ​ຈົ່ງຕັ້ງໜ້າ, ​ເປັນ​ເຈົ້າ​ການ​​ໃນການ​ໂຄສະນາ​​ທຸກ​ດ້ານໃຫ້ມີ​ຄຸນ​ນະພາ​ບ ​ແລະ ມີປະສິດທິ​ຜົນ​ສູງ​ໃນ​ປີ 2012, ມຸ່ງ​ໄປ​ເຖິງ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກຄືວັນ​ທີ 3 ກຸມພາຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4, ບັນດາ​ມາດ​ຕະການ​ປະຕິບັດ​ປີ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ 2012, ​ໂຄສະ​ນາແນະນຳ​ບັນດາ​ການ​ເຄື່ອນ​ໄຫວ​ໃນງານ​ບຸນ​ທີ່​ສີ​ວີ​ໄລ ​ແລະ ​ເຂັ້ນ​ຂົ້ນ​ໄປ​ດ້ວຍ​ສີສັນ​​ຊາດ,  ຕຳ​ນິຕິ​ຕຽນ​ປະກົດ​ການ​ທີ່​ຫຍໍ້​ທໍ້…
ຂ່າວ/ບົດ​ອື່ນ