ພາບປະກອບ: internet
|
(vovword) - ຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ຫາກໍ່ຍື່ນສະເຫນີ ບົດລາຍງານສະພາບເສດຖະກິດໃນ 6 ເດືອນຕົ້ນປີ ແລະ ຄາດຄະເນໃຫ້ທັງປີ 2012 ຕໍ່ລັດຖະບານ. ໃນ 6ເດືອນຕົ້ນປີ, ດ້ານສິນເຊື່ອຄາດວ່າເພີ່ມຂຶ້ນ 0,4% ເມື່ອທຽບກັບໄລຍະຕົ້ນປີ ເຊິ່ງຕຳ່ກວ່າຫລາຍເມື່ອທຽບກັບຄວາມມຸ້ງຫວັງ. ສາຍເຫດຍ້ອນຄວາມສາມາດນຳໃຊ້ທຶນຮອນຂອງບັນດາວິສາຫະກິດບໍ່ທັນປັບປຸງໄດ້ຫລາຍປານໃດ, ຫນິ້ເສຍທະນາຄານ ແລະ ຫນີ້ສິນໃນພື້ນຖານເສດຖະກິດຍັງຢູ່ໃນລະດັບສູງ. ແລະ ກໍຕາມຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ແລ້ວ, ປະຈຸບັນ ຄວາມສາມາດຊຳລະຂອງລະບົບທະນາຄານໄດ້ຮັບການປັບປຸງ, ອັດຕາດອກເບ້ຍຄ່ອຍໆຫລຸດລົງ, ອັດຕາແລກປ່ຽນເງິນຕາຕ່າງປະເທດມີຄວາມເປັນປົກກະຕິໃນຕະຫລອດໄລຍະຍາວ ອັນໄດ້ຊ່ວຍສະສົມເງິນຕາຕ່າງປະເທດເພີ່ມຂຶ້ນ 30% ເມື່ອທຽບກັບໄລຍະຕົ້ນປີ. ຕໍ່ຫນ້າສະພາບດັ່ງກ່າວ, ຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ສະເຫນີວ່າ ຄວນຮັກສາຫລັກການ, ຈຳນວນເງິນລົງທຶນທີ່ໄດ້ນຳເຂົ້າພື້ນຖານເສດຖະກິດໃນຊຸມເດືອນທີ່ຍັງເຫລືອຂອງປີໃນລະດັບ 80.000 - 85.000 ຕື້ດົ່ງ/ເດືອນເພື່ອຮັກສາເສດຖະກິດມະຫາພາກໄລຍະກາງ ແລະ ຍາວໃຫ້ເປັນປົກກະຕິ.