ຄາດວ່າຈະຍັງມີຜູ້ຖືກຕິດຄ້າງໃນເຫດອຸໂມງບໍ່ແຮ່ພັງຖະຫຼົ່ມຢູ່ ອິນໂດເນເຊຍ ເກືອບ 100 ຄົນ

(VOVWORLD) -  ເຫດອຸໂມງບໍ່ຄຳພັງຖະຫຼົ່ມໂດຍການຂຸດຄົ້ນຢ່າວຜິດກົດໝາຍໄດ້ເກີດຂຶ້ນໃນຕອນຄ່ຳວັນທີ 26 ກຸມພາ ຢູ່ເຂດ Bolaang Mongondow , ທາງທິດເໜືອເກາະ Sulawesi

ວັນທີ 04 ມີນາ, ວົງການເຈົ້າໜ້າທີ່ ອິນໂດເນເຊຍ ມີຄວາມວິຕົກກັງວົນວ່າ ຄາດວ່າຈະຍັງມີເກືອບ 100 ຄົນຖືກຕິດຄ້າງໃນເຫດອຸໂມງບໍ່ແຮ່ພັງຖະຫຼົ່ມ ທີ່ເກີດຂຶ້ນກ່ອນນັ້ນເກືອບ 1 ອາທິດຢູ່ເກາະ Sulawesi ແລະ ບັນດາຜູ້ຖືກຕິດຄ້າງໃນເຫດດັ່ງກ່າວ ອາດຈະເສຍຊີວິດແລ້ວ ໂດຍບໍ່ວ່າຄວາມມານະພະຍາຍາມຂອງກຳລັງກູ້ໄພກູ້ຊີບ. ທ່ານ Sutopo Purwo Nugroho ໂຄສົກຂອງອົງການຫລຸດຜ່ອນໄພພິບັດທຳມະຊາດໃຫ້ຮູ້ວ່າ: ຍັງບໍ່ທັນສາມາດຢັ້ງຢືນໄດ້້ຈຳນວນຄົນຖືກຕິດຄ້າງຢ່າງຊັດເຈນເທື່ອ, ຍ້ອນວ່າໃນອຸໂມງມີຫລາຍຂຸມນ້ອຍເຊື່ອມຕໍ່ກັນຢູ່ໃຕ້ດິນ. ທ່ານຖືວ່າ ອາດຈະມີ 50, 60 ຄົນ ຊ້ຳບໍ່ໜຳມີ 100 ຄົນຍັງຖືກຕິດຄ້າງຢູ່.

        ເຫດອຸໂມງບໍ່ຄຳພັງຖະຫຼົ່ມໂດຍການຂຸດຄົ້ນຢ່າວຜິດກົດໝາຍໄດ້ເກີດຂຶ້ນໃນຕອນຄ່ຳວັນທີ 26 ກຸມພາ ຢູ່ເຂດ Bolaang Mongondow , ທາງທິດເໜືອເກາະ Sulawesi.

ຕອບກັບ

ຂ່າວ/ບົດ​ອື່ນ