ຄາດວ່າອາເມລິກາແລະສປປ.ເກົາຫຼີ ຈະສືບຕໍ່ດຳເນີນການເຈລະຈານິວເຄຼຍໃນປີນີ້

(VOVWORLD) -ຄາດວ່າ, ອາເມລິກາ ແລະ ສປປ.ເກົາຫຼີ ຈະຈັດຮອບເຈລະຈານິວເຄຼຍຂັ້ນນັກວິຊາການອີກເທື່ອໜຶ່ງ ຫຼື 2 ເທື່ອໃນປີ 2019 ນີ້, ເຊິ່ງແມ່ນກຳນົດເວລາສຸດທ້າຍເຊິ່ງພຽງຢາງ ວາງອອກ ເພື່ອໃຫ້ວໍຊິງຕັນ ຍົກອອກຂໍ້ສະເໜີໃໝ່ໃນບັນດາການເຈລະຈາປອດນິວເຄຼຍຢູ່ແຫຼມເກົາຫຼີ.
ຄາດວ່າອາເມລິກາແລະສປປ.ເກົາຫຼີ ຈະສືບຕໍ່ດຳເນີນການເຈລະຈານິວເຄຼຍໃນປີນີ້ - ảnh 1(ພາບປະກອບ: THX/TTXVN)

ໃນການຕີລາຄາຖືກຍົກອອກມາໃນວັນທີ 24 ຕຸລາ, ສະຖາບັນຍຸດທະສາດຄວາມໝັ້ນຄົງແຫ່ງຊາດສ.ເກົາຫຼີ (INSS) ໃຫ້ຂໍ້ສັງເກດວ່າ ອາເມລິກາ ຈະມານະພະຍາຍາມຮັກສາທ່າເຈລະຈາໄວ້ດ້ວຍຄວາມມານະພະຍາຍາມຮັກສາບັນຫາຂອງສປປ.ເກົາຫຼີ ໄວ້ໃນການຄວບຄຸມຂອງຕົນ, ໂດຍສະເພາະແມ່ນໃນຈຸດເວລາທີ່ປະເທດນີ້ຄວນບັນລຸໄດ້ບັນດາຜົນງານທາງການທູດຢ່າງຈະແຈ້ງ ກ່ອນການເລືອກຕັ້ງປະທານາທິບໍດີໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ