(vovworld) – ວັນທີ 12/03, ນາຍົກລັດຖະມົນຕີໄດ້ປະກາດຄຳສັ່ງກ່ຽວກັບການຜັນຂະຫຍາຍບັນດາມາດຕະການຮີບດ່ວນເພື່ອຮັບມືກັບສະພາບນ້ຳເຄັມຊຶມເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ຕາມນັ້ນແລ້ວ, ຄຳສັ່ງໄດ້ຮຽກຮ້ອງໃຫ້ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ສຸມໃສ່ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ, ຈັດຕັ້ງການສຳຫຼວດກວດກາ, ກຳແໜ້ນຈຳນວນຄອບຄົວອຶດຫິວ, ຂາດນຳ້ຈືດ ໂດຍສະເພາະແມ່ນບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ປະຊາຊົນເຜົ່າສ່ວນໜ້ອຍ ເພື່ອໜູນຊ່ວຍຢ່າງທັນການຕາມການກຳນົດ. ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນໃຫ້ເໝາະສົມກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ເພື່ອເປັນເຈົ້າການຮັບມືກັບສະພາບນຳ້ເຄັມຊຶມເຂົ້າ ກໍຄືເປັນເຈົ້າການໃນການເຄື່ອນໄຫວລະບົບຊົນລະປະທານຄວບຄຸມນ້ຳເຄັມ, ຂຸດຄອງເໝືອງ, ກັນນ້ຳເຄັມ, ຫຼຸດຜ່ອນຜົນເສຍຫາຍຕົ້ນໄມ້ແລະ ເນື້ອທີ່ລ້ຽງປູກສິນໃນນ້ຳ.