ຄຳສັ່ງຢຸດຍິງຢູ່ເຂດກາຊາ ໄດ້ຕໍ່ກຳນົດເວລາຕື່ມອີກ 72 ຊົ່ວໂມງ
(ພາບປະກອບ: AP)
(vovworld) – ກ່ອນທີ່ຄຳສັ່ງຢຸດຍິງແກ່ຍາວເປັນເວລາ 3 ວັດ ຢຸດຕິລົງພຽງ 2 – 3 ນາທີ ໃນຄໍ່າຄືນວັນທີ 13/08, ອິດສຣາແອນ ແລະ ບັນດາຜູ້ຕາງໜ້າຂອງປາແລດຕິນ ໄດ້ເຫັນດີແກ່ຍາວຄຳສັ່ງຢຸດຍິງຕ່ືມອີກ 72 ຊົ່ວໂມງ. ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອິດສຣາແອນ Benjamin Netanyahu ແລະ ກະຕຸກຊຸກຍູ້ອິດສຣາແອນ ສືບຕໍ່ອະນຸມັດຜ່ານຄຳສັ່ງຢຸດຍິງໂດຍຊົ່ວຄາວອື່ນ ເພື່ອເຊື່ອມຕໍ່ວິວັດການເຈລະຈາ. ໃນຂະນະນັ້ນ, ກອງທັບອິດສຣາແອນ ກໍ່ໄດ້ຮັບການຜັນຂະຫຍາຍຢູ່ເຂດຊາຍແດນ ເພື່ອແນໃສ່ລະວັງຕໍ່ຝ່າຍ ຮາມາດ ເປີດບັນດາການປຸກໂຈມຕີເມື່ອຄຳສັ່ງຢຸດຍິງໝົດກຳນົດເວລາ. ກ່ອນທີ່ຄຳສັ່ງຢຸດຍິງໝົດກຳນົດເວລາເປັນ 2 ຊົ່ວໂມງ, ມີລູກຈະຫຼວດລູກ 1 ໄດ້ຍິງໃສ່ເຂດພາກໃຕ້ອິດສຣາແອນ, ແຕ່ຮາມາດ ປະຕິເສດປະຕິບັດການປຸກໂຈມຕີດັ່ງກ່າວ.