ຄຳສັ່ງຢຸດຍິງຢູ່ເຂດກາຊາແກ່ຍາວຕື່ມອີກ24ຊົ່ວໂມງ
ປະທານາທິບໍດີ ປາແລດສະຕິນ Mahmud Abbas ເປັນປະທານກອງປະຊຸມຂອງເຈົ້າໜ້າທີ່ ປາແລດສະຕີນ
(ພາບ: AFP-TTXVN)
(vovworld) - ກ່ອນທີ່ຄຳສັ່ງຢຸດຍິງເປັນເວລາ 5 ວັນສິ້ນສຸດລົງບໍ່ຮອດ 1 ຊົ່ວໂມງ ,ໃນຄຳ່ຄືນຕາມເວລາທ້ອງຖີ່ນ (ກົງກັບ 4 ໂມງເຊົ້າຕາມເວລາ ຮ່າໂນ້ຍ), ອິດສະຣາແອນ ແລະ ບັນດາຜູ້ຕາງໜ້າຂອງ ປາແລດສະຕີນ ເຫັນດີແກ່ຍາວຄຳສັ່ງຢຸດຍິງຕື່ມອີກ 24 ຊົ່ວໂມງເພື່ອແນໃສ່ສ້າງເງື່ອນໄຂໃຫ້ການເຈລະຈາພວມດຳເນີນໄປຢູ່ ກາຍໂຣ (ອີຢິບ) ມຸ່ງໄປເຖິງຂໍ້ຕົກລົງຍາວນານ. ຂະບວນການອິດສະລາມ ຮາມາດ ຂອງ ປາແລດສະຕິນ ໄດ້ຮັບຮູ້ແຫຼ່ງຂ່າວນີ້, ແຕ່ກ່າວຫາຝ່າຍ ອິດສະຣາແອນ ມີຄວາມແຂງກະດ້າງໃນວິວັດການເຈລະຈາ ຢູ່ ກາຍໂຣ. ເຈົ້າໜ້າທີ່ ປາແລດສະຕິນ ໃຫ້ຮູ້ວ່າ: ເລື່ອງຕໍ່ກຳນົດເວລາເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ບັນດາຝ່າຍມີເວລາປະຕິບັດການເຈລະຈາໃນປະຈຸບັນໃຫ້ສຳເລັດ. ໃນຂະນະນັ້ນ, ສຳນັກຂ່າວສານ Itar – Tass ຂອງ ລັດເຊຍ ໄດ້ຄັດສະເໜີແຫຼ່ງຂ່າວຈາກຄະນະເຈລະຈາຂອງ ປາແລດສະຕິນ ໃຫ້ຮູ້ວ່າ: ກ່ອນນັ້ນ 2 ຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບຫຼັກການເພື່ອແນໃສ່ແກ່ຍາວຄຳສັ່ງຢຸດຍິງຕື່ມອີກ 1 ເດືອນ. ບັນດາຝ່າຍຈະກ່າວເຂົ້າສູ່ການປຶກສາຫາລືບັນດາບັນຫາຕົ້ນຕໍ່ເຊິ່ງພວມກໍ່ຄວາມຖົກຖຽງກັນ, ເຊິ່ງກ່ອນອື່ນໝົດແມ່ນການກໍ່ສ້າງສະໜາມບິນ ແລະ ທ່າກຳປັ່ນຢູ່ເຂດ ກາຊາ, ປ່ອຍຕົວນັກໂທດ ປາແລດສະຕິນ ແລະ ມອບສົ່ງທະຫານ ອິດສະຣາແອນ 2 ຄົນຖືກຫາຍສາບສູນ.