ຄຳສັ່ງຢຸດຍິງເພື່ອຈຸດໝາຍມະນຸດສະທຳຢູ່ Yemen ເລີ່ມມີຜົນສັກສິດ
(ພາບປະກອບ: baomoi.com)
(vovworld) – ໃນເວລາ 3 ໂມງເຊົ້າຂອງວັນທີ 13/05 (ຕາມເວລາຫວຽດນາມ), ຄຳສັ່ງຢຸດຍິງຢູ່ Yemen ໂດຍຊະອຸດີ ອາຣາເບຍ ສະເໜີເລີ່ມມີຜົນສັກສິດ, ພາຍຫຼັງຫຼາຍອາທິດທີ່ທະຫານປະສົມໂດຍ Riyadh ນຳໜ້າໄດ້ຜັນຂະຫຍາຍບັນດາການບຸກໂຈມຕີທາງອາກາດແນໃສ່ກຳລັງ Houthi ຊາວມຸດສະລິມນິກາຍ Shi’ite. ແຕ່ວ່າ, ທະຫານປະສົມບັນດາປະເທດອາຣັບ ກໍ່ຕັກເຕື່ອນກຸ່ມກະບົດເຊິ່ງອີຣານ ໜູນຫຼັງນີ້ວ່າ ເຂົ້າເຈົ້າຈະໂຕ້ຕອບບໍ່ວ່າການໃຊ້ຄວາມຮຸ້ນແຮງໃດໆ. ເມື່ອຖືກຖາມກ່ຽວກັບຄຳສັ່ງຢຸດຍິງມີຜົນສັກສິດຕາມກຳນົດເວລາແມ່ນໃນ ເວລາ 3 ໂມງ ວັນທີ 13/05 (ຕາມເວລາຫວຽດນາມ) ຫຼື ບໍ່, ໂຄສົກທະຫານປະສົມ, ພົນວາທີ Ahmed al Assiri ຢັ້ງຢືນວ່າ “ຈະປະຕິບັດໃນເວລາ 23 ໂມງ (ຕາມເວລາທ້ອງຖິ່ນ) ຢ່າງຊັດເຈນ. ພວກຂ້າພະເຈົ້າເຄົາລົບຄຳສັ່ງຢຸດຍິງດັ່ງກ່າວ”. ແຕ່ທະຫານປະສົມຈະສືບຕໍປະຕິບັດບັນດາການເຄື່ອນໄຫວສືບລາຊະການລັບ ແລະ ຕິດຕາມຢ່າງໃກ້ຊິດ ເພື່ອກະກຽມການໂຕ້ຕອບໃນກໍ່ລະນີທີ່ຈຳເປັນ.