ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບການຕອບຄຳຊັກຖາມຂອງລັດຖະມົນຕີກະຊວງການເງິນ ດິງຕ໋ຽນຢຸງ

(VOVWORLD) - ວາລະຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງການເງິນ ດິງຕ໋ຽນຢຸງ ໃນຕອນເຊົ້າວັນທີ 16 ພະຈິກ ໄດ້ດຶງດູດຄວາມສົນໃຈຕິດຕາມຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດເປັນຈຳນວນຫຼວງຫຼາຍ. 
ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບການຕອບຄຳຊັກຖາມຂອງລັດຖະມົນຕີກະຊວງການເງິນ ດິງຕ໋ຽນຢຸງ - ảnh 1 ວາລະຊັກຖາມໃນຕອນເຊົ້າວັນທີ 16 ພະຈິກ

ຜູ້ມີສິດເລືອກຕັ້ງສ່ວນຫຼາຍໄດ້ຕີລາຄາສູງຄຸນນະພາບຂອງການຊັກຖາມ ແລະ ເນື້ອໃນການຕອບຄຳຊັກຖາມຂອງລັດຖະມົນຕີ.

        ຜູ້ມີສິດເລືອກຕັ້ງ ຮ່ວາງກິມເງິນ, ຢູ່ເມືອງ 1, ນະຄອນ ໂຮ່ຈີມິນ, ຖືວ່າ:

        “ຂ້າພະເຈົ້າຖືວ່າ, ບັນດາມາດຕະການເຊິ່ງລັດຖະມົນຕີຍົກອອກມາກໍ່ມີຄວາມເປັນໄປ, ພິເສດແມ່ນການສົມທົບກັບບັນດາກະຊວງ, ຂະແໜງການປະຕິບັດການປະຕິຮູບລະບຽບການບໍລິຫານ ປະຕິບັດ ປະຕູດຽວແຫ່ງຊາດ ແລະ ປະຕູດຽວ ອາຊຽນ ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາວິສາຫະກິດຫວຽດນາມ. ທ່ານລັດຖະມົນຕີ ກໍ່ຍົກອອກບັນດາຄວາມຫຍຸ້ງຍາກໃນການສົມທົບກັບບັນດາກະຊວງ, ຂະແໜງການໃນການເຊື່ອມຕໍ່ກ່ຽວກັບລະບຽບການບໍລິຫານ, ກວດກາສະເພາະຂະແໜງ”

        ສ່ວນ ຜູ້ມີສິດເລືອກຕັ້ງ Nay Pek, ເມືອງ ຄະຣົງ ປາ, ແຂວງ ຢາລາຍ, ສະເໜີຄຳເຫັນວ່າ:

        “ຂ້າພະເຈົ້າສະເໜີໃຫ້ສູນກາງ ຕ້ອງເພີ່ມທະວີການລົງທຶນ, ເພີ່ມທະວີແຫຼ່ງເງິນລົງທຶນໃຫ້ແກ່ເຂດຫ່າງໄກສອກຫຼີກຫຼາຍກ່ວາ. ເພື່ອໃຫ້ຊາວກະສິກອນລົງທຶນເປີດບັນດາຮູບແບບ ຟາມ, ຫັນປ່ຽນບັນດາແນວປູກ, ສັດລ້ຽງ. ທີສອງແມ່ນສອນວິຊາຊີບໃຫ້ບັນດາເຂດຊົນເຜົ່າສ່ວນໜ້ອຍ ເພື່ອຫລຸດພົ້ນອອກຈາກຄວາມອຶດຫິວ, ທຸກຍາກໂດຍໄວ ແລະ ຍືນຍົງ.”

ຕອບກັບ

ຂ່າວ/ບົດ​ອື່ນ