ຄູເວດຈັບຕົວ60ຄົນທີ່ສົງໄສກ່ຽວຂ້ອງເຖິງIS
ກຳລັງປ້ອງກັນຢູ່ໂຍດ Al-Imam al-Sadeq ພາຍຫຼັງການວາງລະເບີດ
(ພາບ: AFP/TTXVN)
|
(vovworld) – ສື່ມວນຊົນ ຄູເວດໄດ້ໃຫ້ຂ່າວເມື່ອວັນທີ 30/6 ວ່າ: ກຳລັງມີໜ້າທີ່ຮັບຜິດຊອບຂອງປະເທດນີ້ໄດ້ຈັບຕົວ 60 ຄົນ, ພ້ອມທັງໃຫ້ຢຸດຕິການເຄື່ອນໄຫວສຳລັບກອງທຶນກຸສົນທີ່ຖືກກ່າວຫາແມ່ນລະເມີດຫຼັກການ. ນີ້ແມ່ນສ່ວນໜຶ່ງໃນບັ້ນຮົບປາບປາມພວກທະຫານກະບົດທີ່ຖືກສົງໄສ ພາຍຫຼັງເກີດເຫດວາງລະເບີດສະຫຼະຊີບທີ່ຮ້າຍແຮງທີ່ສຸດຢູ່ປະເທດເຂດອ່າວເປີເຊຍນີ້ໃນວັນທີ 26/6 ຜ່ານມາ, ເຮັດໃຫ້ 27 ຄົນເສຍຊີວິດ ແລະ ອີກ 277 ຄົນຖືກບາດເຈັບ. ໜັງສືພິມ “al - Qabas” ໄດ້ຄັດສະເໜີແຫຼ່ງຂ່າວປ້ອງກັນຄວາມສະຫງົບຢູ່ ຄູເວດ ໃຫ້ຮູ້ວ່າ: 60 ຄົນ, ໃນນັ້ນມີທັງພົນລະເມືອງ ຄູເວດ ແລະ ບັນດາປະເທດອື່ນໃນເຂດອ່າວເປີເຊຍ, ໄດ້ຖືກຈັບຕົວເພື່ອຮັບໃຊ້ການສືບສວນ. ຕາມ “al - Qabas” ແລ້ວ, ກຳລັງເຈົ້າໜ້າທີ່ໄດ້ຄົ້ນພົບບາງເປົ້າໝາຍໃນຈຳນວນຄົນດັ່ງກ່າວມີການຕິດຕໍ່ພົວພັນກັບບັນດາມືປືນຂອງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ. ບາງຄົນອື່ນຖືກສົງໄສແມ່ນສະມາຊິກຂອງບັນດາກຸ່ມ “ຫົວຮຸນແຮງ”.