ລາຍການສະແດງຊຸດເສືອຍາວຫວຽດນາມ |
(vovworld)- ຕອນຄ່ຳວັນທີ 30/4, ຢູ່ນະຄອນເຫ້ວ, ໄດ້ຈັດງານບຸນເສື້ອຍາວດ້ວຍຫົວຂໍ້ : “ ຈິດຕະກຳເຫ້ວ ແລະ ເສື້ອຍາວ ” ອັນໄດ້ດຶງດູດມວນຊົນ ແລະ ແຂກທ່ອງທ່ຽວຢ່າງຫຼວງຫຼາຍ. ນີ້ແມ່ນເຫດການທີ່ພົ້ນເດັ່ນໃນຂອບເຂດງານ Festival ອາຊີບຫັດຖະກຳເຫ້ວ 2017. ນັກອອກແບບ ຊວນຫາວຜູ້ເຂົ້າຮ່ວມງານບຸນໃຫ້ຮູ້ວ່າ :
“ ຂ້າພະເຈົ້າໄດ້ປະສານສົມທົບພາບສີນ້ຳມັນຂອງອາດີດຈິດຕະກອນ ວໍ້ຊວນຮີ ເພື່ອນຳເຂົ້າຊຸດຜະລິດຕະພັນຈິດຕະກຳຂອງຂ້າພະເຈົ້າ. ສິ່ງທີ່ພິເສດຂອງ ພາບສີນ້ຳມັນນີ້, ແມ່ນມີວິທີນຳໃຊ້ວັດຖຸດິບ ແຕກຕ່າງກັບວິທີເຮັດມາແຕ່ດົນ ແລະ ຢູ່ເບື້ອງຫຼັງຂອງມັນແມ່ນຊ້ອນແຝງຄວາມໝາຍຫຼາຍຢ່າງ, ລັກສະນະວັດທະນະທຳມະນຸດ, ”