ງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງທີ 12 ປີ 2018

(VOVWORLD) - ຕອນເຊົ້າວັນທີ 17 ມີນາ, ຢູ່ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໄດ້ໄຂງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງທີ 12 ປີ 2018.
ງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງທີ 12 ປີ 2018 - ảnh 1 ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ທອງສະຫວັນ ພົມວິຫານ

ເຂົ້າຮ່ວມງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງນີ້ ມີທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ທອງສະຫວັນ ພົມວິຫານ, ຜູ້ຕາງໜ້າເລຂາຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຫລວງ ຮ່າໂນ້ຍ, ຄູອາຈານມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ພ້ອມກັບນັກສຶກສາລາວພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລພາກເໜືອ ຫວຽດນາມ ເປັນຈຳນວນຫລວງຫລາຍ. ງານກິລາປີ 2018 ປີ 49 ໂຮງຮຽນເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ທອງສະຫວັນ ພົມວິຫານ ໃຫ້ຮູ້ວ່າ:

ງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງທີ 12 ປີ 2018 - ảnh 2 ທ່ານນາງ ບູຍທິເງິນ, ຮອງຜູ້ອຳນວຍການມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ

ແລະກໍ່ໃນພິທີໄຂ, ທ່ານນາງ ບູຍທິເງິນ, ຮອງຜູ້ອຳນວຍການມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ໂດຍສືບທອດຜົນສຳເລັດຂອງງານກິລານັກສຶກສາ ລາວ ຄັ້ງທີ 11 ປີ 2017. ມື້ນີ້, ມະຫາວິທະຍາໄລ ອຸດສາຫະກຳ ຮ່າໂນ້ຍ ມີຄວາມເປັນກຽດໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານກິລານັກສຶກສາລາວ ຄັ້ງທີ 12 ດ້ວຍຄວາມຫວັງວ່າ ພວກນ້ອງນັກສຶກສາລາວ ມີໂອກາດພົວພັນແລກປ່ຽນ, ສ້າງຄວາມເຂົ້າໃຈ ແລະ ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ”.

ງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງທີ 12 ປີ 2018 - ảnh 3 ການແຂ່ງຂັນກິລາ

ງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງທີ 12 ປີ 2018 - ảnh 4
ງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງທີ 12 ປີ 2018 - ảnh 5 ການແຂ່ງຂັນກິລາ

         ນີ້ແມ່ນປີທີ 2 ມະຫາວິທະຍາໄລ ອຸດສາຫະກຳ ຮ່າໂນ້ຍ ຈັດຕັ້ງເຫດການດັ່ງກ່າວ ດ້ວຍຄຳຂວັນທີ່ວ່າ “ເພື່ອນ້ຳໃຈມິດຕະພາບ, ສຸຂະພາບ ແລະ ການສຶກສາ”. ງານກິລານັກສຶກສາ ລາວໄດ້ຈັດຕັ້ງໃນວັນທີ 17, 18, 24 ແລະ 25 ມີນາ

ຕອບກັບ

ຂ່າວ/ບົດ​ອື່ນ