ງານການພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ

ງານການພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ - ảnh 1
(ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້​ອຳ​ນວຍ​ການ​ໃຫຍ່ VOV)

(vovworld) - ​ ​ງານ​ພົບ​ປະ​ແລກ​ປ່ຽນ​ວັ​ດ​ທະ​ນະ​ທຳ​ຫວຽດ​ນາ​ມ-ຍີ່​ປຸ່ນ​ດ້ວຍ​ຫົວ​ຂໍ້ “ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ຫວຽດ​ນາມ-ຍີ​ປຸ່ນ​​ຈາກ​ດອກ​ໄມ້​ແລະ​ໄມ້​ໄ​ຜ່”, ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ  (VOV) ສົ​ມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ວັດ​ທະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຍີ່​ປຸ່ນ ຈັດ​ຕັ້ງ, ໃນ​ວັນ​ທີ 26/11 ຢູ່​ຮ່າ​ໂນ້​ຍ. ລາຍ​ການ​ໄດ້​​ແນ​ະ​ນຳ​ເຖິງປະ​ຊາ​ຊົນ 2 ປະ​ເທດ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນເຊື້ອ​ຂອງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ຄື: ສ​ິ​ລະ​ປະ​ປັກ​ດອກ​ໄມ້, ຊາ​​ທີ່ເປັນມູນ​ເຊື້ອ​ຂອງ​ຍີ່​ປຸ່ນ, ສິລ​ະ​ປະ​ດົນ​ດີ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນ​າມ. ຜ່ານນັ້ນ, ປະ​ກອບ​ສ່ວນ​ຍົກ​ສ​ູງ​ຄວາມ​ເ​ຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ 2 ປະ​ເທດ. ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້​ອຳ​ນວຍ​ການ​ໃຫຍ່ VOV ຊ​ີ້​ແຈ້ງວ່າ.

      “ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ເຫດ​ການນີ້​ຈະ​ແມ່ນ​ຂົວ​ເຊ​ື່ອມ​ຕໍ່​​ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ ແລະ ຍີ່​ປຸ່ນ ກວ່າ​ອີກ, ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊ​ົນ 2 ປະ​ເທດ. ພ້ອງ​ທັງ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ, ​ໝັ້ນ​ຄົງຍາວ​ນານ ​ໃນ​ອະ​ນາ​ຄົດ ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ”.

ຂ່າວ/ບົດ​ອື່ນ