ງານຊຸມນຸມມິດຕິງຕອບສະຫນອງເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບການປ້ອງກັນແລະຕ້ານHIV/AIDS
ຜູ້ແທນເຂົ້າຮ່ວມງານຊຸມນຸມຕອບສະຫນອງເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານ HIV/AIDS
ພາບ:http://aids.com.vn
|
(vovworld)- ຕອນເຊົ້າວັນທີ 29/11 ຢູ່ ນະຄອນ ບັກນິງ, ກະຊວງສາທາລະນະສຸກ ແລະ ສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ໄດ້ຈັດຕັ້ງງານຊຸມນຸມມິດຕິງຕອບສະຫນອງເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານ HIV/AIDS ແລະ ວັນໂລກປ້ອງກັນ ແລະ ຕ້ານ AIDS (1/12). ນະພິທີ, ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ທຸກຄົນ ຈົ່ງມີການກະທຳເພື່ອສ້າງກຳລັງແຮງຂອງທັງວົງຄະນາຍາດ, ຍູ້ HIV/AIDS ໃຫ້ຖອຍອອກຈາກຊີວິດ.
ມາຮອດປະຈຸບັນ, ທົ່ວໂລກ ມີ 36,9 ລ້ານຄົນຖືກຕິດ HIV ແລະ ເກືອບ 40 ລ້ານຄົນຖືກເສຍຊີວິດຍ້ອນເປັນ AIDS. ແຕ່ປີ 1990 ມາຮອດປະຈຸບັນ, ຫວຽດນາມ ໄດ້ຄົ້ນພົບຜູ້ຖືກຕິດ HIV ປະມານ 230.000 ຄົນ ແລະ 85.000 ຄົນຖືກເສຍຊີວິດຍ້ອນ AIDS.