(VOVWORLD) - ງານຕະຫລາດນັດຈະແນະນຳບັນດາຜະລິດຕະພັນເປັນຫລາຍຮູບຫລາຍແບບລວມມີ: ເຄື່ອງໄຟຟ້າ, ເອເລັກໂຕນິກ, ເຄື່ອງໄມ້ເຟີນີເຈີຕົບແຕ່ງພາຍໃນ, ເຄື່ອງເອ້ຢ້ອງ, ການບໍລິການທ່ອງທ່ຽວ…
ພິທີໄຂງານຕະຫລາດນັດສາກົນການຄ້າ, ການທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກ-ຕາເວັນຕົກ - ດ່າໜັງ 2020. ພາບ: TTXVN |
ຕອນຄ່ຳວັນທີ 18 ພະຈິກ, ທີ່ສູນງານຕະຫລາດນັດວາງສະແດງນະຄອນ ດ່າໜັງ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຈັດຕັ້ງພິທີໄຂ “ງານຕະຫລາດນັດສາກົນການຄ້າ, ການທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກ-ຕາເວັນຕົກ - ດ່າໜັງ 2020” (EWEC ດ່າໜັງ 2020), ໄດ້ດຶງດູດບໍລິສັດເຂົ້າຮ່ວມ 270 ແຫ່ງດ້ວຍຮ້ານວາງສະແດງກ່ວາ 350 ຮ້ານ.
ຖືກດຳເນີນໃນລະຫວ່າງວັນທີ 18 – 23 ພະຈິກ, ງານຕະຫລາດນັດຈະແນະນຳບັນດາຜະລິດຕະພັນເປັນຫລາຍຮູບຫລາຍແບບລວມມີ: ເຄື່ອງໄຟຟ້າ, ເອເລັກໂຕນິກ, ເຄື່ອງໄມ້ເຟີນີເຈີຕົບແຕ່ງພາຍໃນ, ເຄື່ອງເອ້ຢ້ອງ, ການບໍລິການທ່ອງທ່ຽວ…ໃນຂອບເຂດງານຕະຫລາດນັດ, ຍັງມີການເຄື່ອນໄຫວຫລາຍຢ່າງກໍ່ໄດ້ດຳເນີນໄປຄື: ກອງປະຊຸມເຊື່ອມຕໍ່ການສະໜອງ-ຄວາມຕ້ອງການ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 110 ແຫ່ງທີ່ມາຈາກ 21 ແຂວງ, ນະຄອນໃນທົ່ວປະເທດ; ລາຍການຝຶກອົບຮົມແນະນຳກົນໄກ, ນະໂຍບາຍສົ່ງເສີມການຄ້າ ແລະ ຍົກສູງກຳລັງຄວາມສາມາດການຄຸ້ມຄອງ…