ງານຕະຫລາດນັດວາງສະແດງ ກວ໋າງບີງ ປິ2015

 ງານຕະຫລາດນັດວາງສະແດງ ກວ໋າງບີງ ປິ2015  - ảnh 1
ພີ​ທີ​ໄຂ​ງານ​ຕະ​ຫລາດ​ນັດ​ວາງ​ສະ​ແດງກວ໋າງ​ບີງ
ພາບ:daidoanket.vn

(vovworld)- ງານ​ຕະ​ຫລາດ​ນັດ​ວາງ​ສະ​ແດງ​ແຂວງ ກວາງ​ບີງ ປີ 2015 ໂດຍ​ພະ​ແນກ​ອຸດ​ສາ​ຫະ​ກຳ ແຂວງ ກວ໋າງ​ບີງ ສົມ​ທົບ​ກັບ ກົມ​ອຸດ​ສາ​ຫະ​ກຳ​ທ້ອງ​ຖິ່ນ ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ຈັດ​ຕັ້ງ​ ພວມ​ດຳ​ເນີນ​ໄປ​ຢູ່ ນະ​ຄອນ ດົງ​ເຮີຍ. ງານ​ຕະ​ຫລາດ​ນັດ​ວາງ​ສະ​ແດງດັ່ງ​ກ່າວ ມີ​ຮ້ານ​ວາງ​ສະ​ແດງ 360 ຮ້ານ ຂອງ 170 ອົງ​ການ, ວິ​ສາ​ຫະ​ກິດ, ຮ​າກ​ຖານ​ການ​ຜະ​ລິດ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ​ຮ້ານ​ວາງ​ສະ​ແດງ 60 ຮ້ານ ມາ​ຈາກ 15 ແຂວງ, ນະ​ຄອນ ຢູ່​ພາກກາງ-ເຂດ​ໄຕ​ງວຽນ ໂດຍ​ວາງ​ສະ​ແດງ, ​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນສິນ​ຄ້າ​ມີ​ຄຸນ​ນະ​ພາບ​, ຮູບ​ແບບ​ອຸ​ດົມ​ສົມ​ບູນ​ໃນ​ຫລາຍ​ຂົງ​ເຂດ​ຂະ​ແຫນງ​ການ​ທີ່​ແຕກ​ຕ່າງ​ກັນ. ງານ​ຕະ​ຫລາດ​ນັດ​ເພື່ອ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ຂອງ​ພາກ​ກາງ​ເວົ້າ​ສະ​ເພາະ ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ. ຄຽງ​ຄູ່​ກັນ​ນັ້ນ ງານ​ຕະ​ຫລາດ​ນັດ​ວາງ​ສະ​ແດງ​ດັ່ງ​ກ່າວ ຍັງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຮາ​ກ​ຖານ​ການ​ຜະ​ລິດ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ ແລະ​ກັນ.

ຂ່າວ/ບົດ​ອື່ນ