ງານຕະຫຼາດນັດວາງສະແດງສາກົນຂະແໜງສິນໃນນຳ້2015
(ພາບປະກອບ)
(vovworld) - ງານຕະຫຼາດນັດວາງສະແດງສາກົນຂະແໜງສິນໃນນຳ້ 2015 ໄຂຂຶ້ນໃນວັນທີ 24/8, ຢູ່ນະຄອນໂຮ່ຈີມິນ, ດ້ວຍຮ້ານວາງສະແດງ 300 ກວ່າຮ້ານ, ຂອງ 188 ວິສາຫະກິດ, ໃນນັ້ນມີການເຂົ້າຮ່ວມຂອງ 16 ປະເທດ ແລະ ເຂດແຄວ້ນ, ເຊິ່ງລວມມື: ອິນເດຍ, ອັງກິດ, ການາດາ, ຍີ່ປຸ່ນ, ອາເມລິກາ… ນອກນັ້ນ, ໃນຂອບເຂດງານຕະຫຼາດນັດວາງສະແດງສາກົນຂະແໜງສິນໃນນຳ້ 2015, ສະຫະສະມາຄົມຜະລິດປຸງແຕ່ງ ແລະ ສົ່ງອອກສິນໃນນຳ້ຫວຽດນາມ ຍັງສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດຕັ້ງກອງປະຊຸມສຳມະນາສະເພາະຂະແໜງ, ອັນຈະປະກອບສ່ວນຊ່ວຍໃຫ້ແຂກທ່ອງທ່ຽວເຂົ້າໃຈແຈ້ງກວ່າ ກ່ຽວກັບທ່າອ່ຽງ ແລະ ແງ່ຫວັງຂອງຂະແໜງສິນໃນນຳ້ຫວຽດນາມ. ງານຕະຫຼາດນັດວາງສະແດງສາກົນຂະແໜງສິນໃນນຳ້ 2015 ຈະອັດລົງໃນວັນທີ 26/8.