ງານ​ບຸນ​ຍິງ​ບັ​້ງ​ໄຟ​ດອກ​ສາ​ກົນ ດ່າ​ນັ້ງ 2024: ເຊື່ອມ​ຕໍ່​ທົ່ວ​ໂລກ - ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ 5 ທະ​ວີບ

(VOVWORLD) - ຄຳຄືນໄຂ DIFF 2024 ຄາດວ່າຈະດຳເນີນໃນຕ່ອນຄ່ຳວັນທີ 8 ມິຖຸນາ ດ້ວຍຫົວຂໍ້ Made of Unique Culture - ສິ່ງຢອດຍິງທາງດ້ານວັດທະນະທຳ” ພ້ອມກັບການແຂ່ງຂັນເປີດສາກງານບຸນ ລະຫວ່າງທິມ ຫວຽດນາມ ແລະ ທິມຝລັ່ງ.
ງານ​ບຸນ​ຍິງ​ບັ​້ງ​ໄຟ​ດອກ​ສາ​ກົນ ດ່າ​ນັ້ງ 2024: ເຊື່ອມ​ຕໍ່​ທົ່ວ​ໂລກ - ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ 5 ທະ​ວີບ - ảnh 1ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2023  (ພາບ: VOV)

ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2024 (DIFF 2024) ຈະດຳເນີນໃນລະຫວ່າງວັນທີ 8 ມິຖຸນາ ຫາວັນທີ 13 ກໍລະກົດ ດ້ວຍຫົວຂໍ້ “Made in Unity - ເຊື່ອມຕໍ່ທົ່ວໂລກ - ຮຸ່ງເຮືອງເຫຼືອງເຫຼື້ອມ 5 ທະວີບ”. DIFF 2024 ມີການເຂົ້າຮ່ວມຂອງ 8 ທິມ, ໃນນັ້ນມີທິມດ່ານັ້ງ ຕາງໜ້າໃຫ້ຫວຽດນາມ ແລະ 7 ທິມສາກົນລວມມີ: ຝລັ່ງ, ອີຕາລີ, ອາເມລິກາ, ເຢຍລະມັນ, ໂປໂລຍ, ຈີນ ແລະ ແຟນລັງ. ປີນີ້ແມ່ນປີທີ 12 ດ່ານັ້ງຈັດ DIFF ແລະ DIFF ໄດ້ກາຍເປັນເຄື່ອງໝາຍຂອງນະຄອນທະເລເຂດພາກກາງ, ໂດຍໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດສາກົນ. ຫົວຂໍ້ຂອງ DIFF ປີນີ້ສົ່ງສານກ່ຽວກັບໂລກແຫ່ງສັນຕິພາບ, ມິດຕະພາບ, ມະນຸດສະທຳ ແລະ ເຄົາລົບບັນດາຄູນຄ່າສ້າງແຫຼ່ງບັນດານໃຈ ໃຫ້ແກ່ປະຊາຄົມ. ຄຳຄືນໄຂ DIFF 2024 ຄາດວ່າຈະດຳເນີນໃນຕ່ອນຄ່ຳວັນທີ 8 ມິຖຸນາ ດ້ວຍຫົວຂໍ້ Made of Unique Culture - ສິ່ງຢອດຍິງທາງດ້ານວັດທະນະທຳ” ພ້ອມກັບການແຂ່ງຂັນເປີດສາກງານບຸນ ລະຫວ່າງທິມ ຫວຽດນາມ ແລະ ທິມຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ