ງານບຸນບ້ານແຊນ(ໝາຍເຖິງດອກບົວ)ເຊີດຊູແນວຄິດ,ຄຸນສົມບັດ ແລະບຸກຄະລິກກະພາບຂອງປະທານໂຮ່ຈິມິນ
ມອບຫຼຽນຄຳໃຫ້ບັນດາຄະນະທີ່ດີເດັ່ນຢູ່ງານບຸນບ້ານແຊນປີ 2015
(ພາບ: Thanh Tùng/TTXVN)
(vovworld) – ຕອນຄຳ່ວັນທີ 19/5, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງເງ້ອານ ຈັດຕັ້ງການສະຫຼຸບການເຄື່ອນໄຫວງານບຸນບ້ານແຊນ (ໝາຍເຖິງດອກບົວ) ປີ 2015. ພາຍຫຼັງດຳເນີນເປັນເວລາ 8 ວັນ, ງານບຸນໄດ້ສ້າງຄວາມປະທັບໃຈອັນດີງາມໃນຈິດໃຈຂອງຊາວເງ້ອານ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ ກ່ຽວກັບບັນດາຄຸນຄ່າດ້ານແນວຄິດ, ຄຸນສົມບັດ ແລະ ບຸກຄະລິກກະພາບຂອງທ່ານປະທານໂຮ່ຈິມິນ; ເຊີດຊູວັດທະນະທຳບ້ານດອກບົວ, ບ້ານເກີດເມືອງນອນຂອງເພິ່ນ; ພ້ອມທັງຍູ້ແຮງຂະບວນການ “ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ”. ສິ້ນສຸດງານບຸນ, ຄະນະຈັດຕັ້ງໄດ້ມອບຫຼຽນຄຳໃຫ້10 ຄະນະສິລະປະກອນມະຫາຊົນ ແລະ 35 ລາຍການທີ່ດີເດັ່ນ, 16 ໝູ່ຄະນະ ແລະ 3 ສ່ວນບຸກຄົນ ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.