ງານບຸນປະເພນີOk-Om-Bokໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ
ພິທີໄຫວ້ບູຊາພະຈັນ
(ພາບ: vietnamplus.vn)
(vovworld) – ຕອນຄ່ຳວັນທີ 6/11, ທີ່ເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ອາວ ບ່າ ອອມ, ແຂວງ ຈ່າວີງ ໄດ້ຈັດຕັ້ງງານບຸນປະເພນີ Ok-Om-Bok ຂອງຊາວເຜົ່າ ຂະແມ ແລະ ຕ້ອນຮັບນາມມະຍົດມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ. ທີ່ພິທີ, ພະອາຈານ ແທກຊອກຊານ, ຮອງປະທານສະພາບໍລິຫານງານສູນກາງພຸດທະສາສະໜາ ຫວຽດນາມ, ຫົວໜ້າຄະນະບໍລິຫານງານພຸດທະສາສະໜາ ຫວຽດນາມ ແຂວງ ຈ່າວີງ ໃຫ້ຮູ້ວ່າ: ງານບຸນ Ok-Om-Bok ແມ່ນພິທີໄຫວ້ບູຊາພະຈັນ, ເຊິ່ງແມ່ນໜຶ່ງໃນຈຳນວນ 3 ພິທີຕົ້ນຕໍ່ໃນປີຂອງຊາວເຜົ່າ ຂະແມ ພາກໃຕ້ ໄດ້ຮັບການຈັດຕັ້ງໃນວັນເພັງເດືອນ 10 ໄລ່ຕາມຈັນທະປະຕິທິນແຕ່ລະປີ.
ຕາມທັດສະນະເຫຼືອມໃສຂອງຊາວເຜົ່າ ຂະແມ, ພະຈັນແມ່ນເທວະດາຄຸ້ມຄອງສະພາບດິນຟ້າອາກາດ ແລະ ລະດູການຜະລິດໃນປີ. ໃນພິທີໄຫວ້ບູຊາພະຈັນ, ຊາວເຜົ່າ ຂະແມພາວະນາຂໍໃຫ້ລະດູການຜະລິດໄດ້ຮັບຜົນດີ ແລະ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ທີ່ງານບຸນ, ປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ.