ງານບຸນລະດູບານໃຫມ່ ຫວຽດນາມ-ຍີ່ປຸ່ນ 2013

(vovworld)-  ງານ​ບຸນ​ລະດູບານ​ໃຫມ່​ຫວຽດນາມ - ຍີ​ປຸ່ນ 2013 ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ​ແລະ 21/4 ຢູ່​ສູນ​ງານ​ຕະຫລາດນັດ​ວາງສະ​ແດງ​ຫວຽດນາມ ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫລາຍ​ຢ່າງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ​ໂດຍ​ກົມ​ຮ່ວມ​ມື​ສາກົນ ​ແລະ ສະມາຄົມ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ ​ແລະ ຍີ່​ປຸ່ນ ສົມທົບ​ກັນ​ຈັດ​ຕັ້ງ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 12/4 ຢູ່ ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ຈຸດ​ເດັ່ນ​ຂອງ​ງານ​ບຸນ​ແມ່ນ​ລາຍການ​ສະ​ແດງ​ຮູບ​ການ​ສິລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດນາມ ​ແລະ ຍີ່​ປຸ່ນ. ທ່ານ ຫງວຽນ​ວັນ​ຕີງ, ຫົວຫນ້າ​ກົມ​ຮ່ວມ​ມື​ສາກົນ, ສັງກັດ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ​ໃຫ້​ຮູ້​ວ່າ:

        “ປີ 2013 ຫວຽດນາມ ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ກັບ 39 ປະ​ເທດ ​ແລະ ​​ເລືອກ​​ເອົາ​ປະ​ເທດ ອີ​ຕາ​ລີ, ກາ​ນາ​ດາ ​ແລະ ຍີ່​ປຸ່ນ ​​ເພື່ອເປັນ​ປີ​ມິດຕະພາບກັບ​ຫວຽດນາມ ​ແລະ . ຕາມ​ແຈ້ງການ​ຂອງ​ສະຖານທູດ​ຍີ່​ປຸ່ນ​ແລ້ວ, ປີ 2013 ນີ້​ຈະ​ດຳ​ເນີນ ​ການ​ເຄື່ອນ​ໄຫວ 40 ຢ່າງ​.”

 

ຕອບກັບ

ຂ່າວ/ບົດ​ອື່ນ