ນັກຂ່າວ ຫ້າທີ, ຂອງສະຖານີ ວິທະຍຸ ໂທລະພາບ
ດົ່ງນາຍ ໄດ້ມອບລາງວັນທີໜຶ່ງ
(ພາບ: ມີງທົງ)
(vovworld) - ຕອນຄຳ່ວັນທີ 28/8, ຢູ່ໂຮງລະຄອນສະຖານີ ໂທລະພາບນະຄອນ ໂຮ່ຈີມິນ, ສະມາຄົມນັກຂ່າວ ຫວຽດນາມໄດ້ຈັດຕັ້ງງານປະກວດສຽງເພງຂອງນັກຂ່າວ ຫວຽດນາມຮອບຊິງຊະນະເລີດທົ່ວປະເທດປີ 2016. ບັນດານັກຂ່າວໄດ້ຂັບຮ້ອງບັນດາບົດເພງຍ້ອງຍໍພັກກອມມູນິດ ຫວຽດນາມ, ປະທານ ໂຮ່ຈີມິນ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ມູນເຊື້ອອັນພິລະອາດຫານຂອງຊາດ. ພິເສດມີຫຼາຍບົດເພງໂດຍນັກຂ່າວຈັດ ແລະ ຂັບຮ້ອງເອງ. ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງໃຫ້ ນັກຂ່າວ ຫ້າທີ, ຂອງສະຖານີ ວິທະຍຸ ໂທລະພາບ ດົ່ງນາຍ. ລາງວັນທີສອງ ແລະ ລາງວັນທີ່ໄດ້ຮັບການຄັດເລືອກຫຼາຍສຸດຈາກຜູ້ຊົມແມ່ນມອບໃຫ້ ຫງວຽນທິແທງຖູ໋ຍ, ສະຖານີ ວິທະຍຸ ໂທລະພາບ ບິ່ງເຟືອກ. ສ່ວນລາງວັນທີສາມແມ່ນມອບໃຫ້ນັກຂ່າວ ຫງວຽນທິງອກ, ໜັງສືພິມກົດໝາຍ ຫວຽດນາມ ແລະ ມິງເຈົາ, ສູນກາງສະມາຄົມນັກຂ່າວ ຫວຽດນາມ.