ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ຈີນຄັ້ງທີ16
ຜູ້ແທນຊາວໜຸ່ມ 2 ປະເທດຈະມີການພົບປະ, ແລກປ່ຽນບົດຮຽນ
ກ່ຽວກັບບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນ
(ພາບ: tienphong)
(vovworld) – ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ - ຈີນຄັ້ງທີ 16 ໂດຍສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຈັດຕັ້ງໃນລະຫວ່າງວັນທີ 04 – 09/11, ຢູ່ລ້າງເຊີນ, ກວາງນິງ ແລະ ນະຄອນຫຼວງຮ່າໂນ້ຍ. ເຫດການຖືກດຳເນີນໄປເນື່ອງໃນໂອກາດການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດສປ.ຈີນ ສື່ຈີນຜິງ. ຄະນະຜູ້ແທນຊາວໜຸ່ມຈີນ ລວມມີ 200 ຄົນ, ໂດຍທ່ານເລຂາທີ່ໜຶ່ງສູນກາງຊາວໜຸ່ງກອມມູນິດຈີນ ຈິ໋ອິ໋ຈື ນຳນໜ້າ. ໃນຂອບເຂດເຫດການ, ຜູ້ແທນຊາວໜຸ່ມ 2 ປະເທດຈະມີການພົບປະ, ແລກປ່ຽນບົດຮຽນກ່ຽວກັບບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ຊາວໜຸ່ມກັບຂະບວນການກໍ່ສ້າງຊົນນະບົດໃໝ່ ແລະ ຂະບວນການອາສາສະໝັກ; ຮ່ວມມືນັກທຸລະກິດໜຸ່ມ; ສື່ມວນຊົນຂອງຄະນະຊາວໜຸ່ມໃນວຽກງານໂຄສະນາສຶກສາລຸ້ນໜຸ່ມ.
ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ - ຈີນ ແມ່ນການເຄື່ອນໄຫວພົບປະແລກປ່ຽນປະຈຳປີລະຫວ່າງຊາວໜຸ່ມ 2 ປະເທດ ເພື່ອແນໃສ່ປະກອບສ່ວນສຶກສາລຸ່ນໜຸ່ມກ່ຽວກັບການພົວພັນມິດຕະພາບລະຫວ່າງພັກ, ລັດ, ປະຊາຊົນ ແລະ ໄວໜຸ່ມ 2 ປະເທດຫວຽດນາມ - ຈີນ.