”ແຫແຫ່ງສາຍຈິດມິດໃຈ ເພື່ອຊາວປະມົງຮ່ວາງຊາ, ເຈື່ອງຊາ”
ຊ່ວຍເຫຼືອໃຫ້ຊາວປະມົງສືບຕໍ່ການປະມົງບົນທະເລທີ່ຂຶ້ນກັບອະທິປະໄຕຂອງປະເທດ
(ພາບ: Vnexpress)
(vovworld) - ວັນທີ 20/10, ຢູ່ແຂວງ ກວາງງາຍ ໄດ້ດຳເນີນງານພົບປະແລກປ່ຽນ ”ແຫແຫ່ງສາຍຈິດມິດໃຈ ເພື່ອຊາວປະມົງຮ່ວາງຊາ, ເຈື່ອງຊາ” ແລະມອບຂອງຂວັນ, ເງິນຊ່ວຍເຫຼືອໃຫ້ຊາວປະມົງທີ່ປະສົບເຄາະຮ້າຍບົນທະເລ ມີເງື່ອນໄຂເພື່ອສືບຕໍ່ການປະມົງບົນທະເລ. ທີ່ງານພົບປະແລກປ່ຽນ, ທ່ານ Dang Ngoc Tung, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ປະທານສະພາຄຸ້ມຄອງມຸນນິທິສັງຄົມຊ່ວຍເຫຼືອຄົນທຸກຍາກ, ຢືນຢັນວ່າ:
”ສະຫະພັນໃຫຍ່ແຮງງານຫວຽດນາມ ຈະສືບຕໍ່ຊີ້ນຳໃຫ້ສະຫະພັນແຮງງານບັນດາແຂວງ, ນະຄອນທີ່ມີຊາວປະມົງຫາປາຢູ່ທະເລຮ່ວາງຊາ ແລະ ເຈື່ອງຊາ, ຄົ້ນຄ້ວາ ເພື່ອຜ່ານຄະນະຮ່ວມອາຊີບຮາກຖານ, ອຳນາດການປົກຄອງທ້ອງຖີ່ນ, ມອບຈຳນວນເງິນຊ່ວຍເຫຼືອນີ້ເຖິງຜູ້ປະສົບເຄາະຮ້າຍ”
ມຸນນິທິສັງຄົມຊ່ວຍເຫຼືອຄົນທຸກຍາກ ກໍ່ໄດ້ມອບຂອງຂວັນໃຫ້ຊາວປະມົງບັນດາແຂວງ ກວາງນາມ, ກວາງງາຍ, ບິ່ງດິ້ງ, ຟູ໋ອຽນ, ແຄ໋ງຮ່ວາ, ບິ່ງທ້ວນ ແລະ ນະຄອນດ່ານັ້ງ ດ້ວຍຍອດຈຳນວນເງິນຂຶ້ນເຖິງກວ່າ 8,7 ຕຶ້ດົ່ງ; ຄະນະຈັດຕັ້ງໂຄງການໄດ້ຊ່ວຍເຫຼືອໂດຍກົງໃຫ້ແກ່ຊາວປະມົງພາກກາງດ້ວຍຈຳນວນເກືອບ 13 ຕື້ດົ່ງ.