ງານພົບປະແລກປ່ຽນ ມິດຕະພາບຫວຽດນາມ- ຣູມານີ


ງານພົບປະແລກປ່ຽນ ມິດຕະພາບຫວຽດນາມ- ຣູມານີ - ảnh 1

ປະ​ເທດຣູນາມ​ນີ

(ພາບປະກອບ)

(vovworld)- ​ ວັນ​ທີ 29/11, ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດ​ຕະພາບຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ-ຣູມີ​ນີ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ມິດ​ຕະພາບ ມຸ່ງ​ໄປ​ເຖິງ​ພິທີສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ທູດ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ-ຣູມີ​ນີ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຕົງ​ວັນ​ງາ, ປະທານສະມາຄົມ​ມິດຕະພາບ​ຫວຽດນາມ-ຣູມີ​ນີ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ຜົນງານ​ເສດຖະກິດ​ສັງຄົມ​ຊື່​ງຣູມາ​ນີ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ດ້ວຍ​ການ​ເຕີບ​ໂຕ​ຈີ​ດີ​ພີ​ປີ 2014 ຄາດວ່າ​ບັນລຸ​​ເກືອບ 3%. ທ່ານ​ປະທານສະມາຄົມ​ມິດຕະພາບ​ຫວຽດນາມ-ຣູມີ​ນີ ​ເນັ້ນໜັກ​ວ່າ: ການ​ພົວພັນ​ລະຫວ່າງ ​ຫວຽດນາມ-ຣູມີ​ນີ ​ໃນ​ຊຸມ​ປີຜ່ານມາ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ປັບປຸງ, ຮັກສາ, ພັດທະນາ​ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ. ທ່ານ​ປະທານສະມາຄົມ​ມິດຕະພາບ​ຫວຽດນາມ-ຣູມີ​ນີ ຕົງ​ວັນ​ງາ ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ມິດຕະພາບ​ຫວຽດນາມ-ຣູມີ​ນີ ​ໃຫ້​ຄຳໝັ້ນສັນຍາ​ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ ​ແລະ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ./.

ຂ່າວ/ບົດ​ອື່ນ