ງານພົບປະແລກປ່ຽນ ສະແດງສິລະປະ “ລະດູບານໃໝ່ຂອງນ້ອງ”

ງານພົບປະແລກປ່ຽນ ສະແດງສິລະປະ “ລະດູບານໃໝ່ຂອງນ້ອງ” - ảnh 1
(ງານ​ພົບ​ປະ​ແລກປ່ຽນ​ສະ​ແດງສິລະ​ປະ “ລະດູບານ​ໃໝ່​ຂອງນ້ອງ”)

(vovworld) - ງານ​ພົບ​ປະ​ແລກປ່ຽນສະ​ແດງ​ສິລະ​ປະ “ລະດູບານ​ໃໝ່​ຂອງ​ນ້ອງ” ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 11/01, ຢູ່​ຮ່າ​ໂນ້ຍ, ງານ​ພົບ​ປະ​ໂດຍ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ກອງ​ທຶນ​ປົກ​ປ​້ອງ​ເດັກ​ຫວຽດນາມ ຈັດ​ຕັ້ງ​ປະຈຳ​ປີ, ​ເພື່ອ​ແນ​ໃສ່​ຕອບ​ບຸນ​ແທນ​ຄູນ​ບັນດາ​ນັກ​ອຸປະຖຳ ທີ່​ໄດ້​ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທຶນ​ປົກ​ປ້ອງ​ເດັກ​ຫວຽດນາມ​ຢ່າງ​ຕັ້ງ​ໜ້າ, ພ້ອມ​ທັງ​ຮຽກຮ້ອງ​ການ​ສະໜັບສະໜູນ​ນັບ​ທັງ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ບັນດາ​ອົງການ, ສ່ວນ​ບຸກຄົນ, ວິ​ສາ​ຫະກິດທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຊ່ວຍ​ເຫຼືອ​​ເດັກ​ທຸກ​ຍາກ, ​ເດັກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກໄດ້​ຮັບ​ຂອງຂວັນ​ມີ​ຄວາມ​ໝາຍ​ເມື່ອ​ບຸນປີ​ໃໝ່​ວຽນມາ. ທີ່​ງານ​ພົບ​ປະ​, ກອງ​ທຶນ​ປົກ​ປ້ອງ​ເດັກ​ຫວຽດນາມ ​ໄດ້​ຮັບ​ຈຳນວນ​ເງິນ​ປະທານ 150 ຕື້​ດົງ ຈາກ ​ເກືອບ 50 ອົງການ ​ແລະ ສ່ວນ​ບຸກຄົນ. ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄ້າ ​ແລະ ສັງຄົມ ​ເນັ້ນ​ໜັກ​ວ່າ.

        “​ເດັກນ້ອຍ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປົກ​ປ້ອງ ​ແລະ ​ເບິ່ງ​ແຍງ​ດູ​ແລຢ່າງ​ຄົບ​ຖ້ວນກວ່າ. ​ແຕ່​ວ່າ​ຍັງ​ມີ​​ເດັກນ້ອຍສ່ວນ​ໜຶ່ງທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ເດັກ​ທຸກ​ຍາກ, ​ເດັກ​ພິການ, ​ເດັກຢູ່​ເຂດ​ພູດ​ອຍ, ເດັກ​ຢູ່ເຂດ​ຫ່າງ​ໄກ​ຊອກ​ຫຼີກພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ​ໂຄງການ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະຕິ​ຮັບ​ຮູ້​ໃຫ້​ທົ່ວ​ສັງຄົມ​ທີ່​ມີ​ຕໍ່ວຽກ​ງານ​ສຶກສາ, ​ເບິ່ງ​ແຍງ ​ແລະ ​ປົກ​ປ້ອງ​ເດັກ, ​ໂຄງການ​ກໍ່​ເພື່ອ​ເຊີດ​ຊູ​ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ” ​ໄດ້​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ເດັກນ້ອຍ, ​ໄດ້​ມີ​ການ​ປະກອບ​ໃຫ້​ກອງ​ທຶນ​ປົກ​ປ້ອງ​ເດັກ​ຫວຽດນາມ ​ເພື່ອ​​ເບິ່ງ​ແຍງ​ດູ​ແລ​ໃຫ້​ເດັກປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ”.

ຂ່າວ/ບົດ​ອື່ນ