ງານພົບປະແລກປ່ຽນ, ແບ່ງປັນບົດຮຽນ ໃນການເຄື່ອນໄຫວມິດຕະພາບ ປະຊາຊົນຫວຽດນາມ - ລາວ

ງານພົບປະແລກປ່ຽນ, ແບ່ງປັນບົດຮຽນ ໃນການເຄື່ອນໄຫວມິດຕະພາບ ປະຊາຊົນຫວຽດນາມ - ລາວ - ảnh 1
ງານ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການ
​ເຄື່ອນ​ໄຫວ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
( ພາບ: cpv.org.vn )


(vovworld) -  ຕອນ​ເຊົ້າ​ວັນ​ທີ 17/7, ຢູ່​ ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ ”ງານ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ” ​ໃນ​ໂອກາດ​ການ​ທີ່​​ຄະນະ​ຜູ້​ແທນ​ປະຊາຊົນ​ລາວມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່ການ​ໂອ້​ລົມ​ສົນທະນາ, ຜູ້​ຕ່າງ​ໜ້າ​ສະ​ຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ຢູ່​ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ ​ໄດ້​​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບວຽກ​ງານ​ການ​ຕ່າງປະ​ເທດ​ລະຫວ່າງ​​ແຂວງ​ຕ່າງໆ​ຂອງ​ຫວຽດນາມ ​ແລະ ລາວ​ໃນ​ໄລຍະ​ຜ່ານ​ມາ; ​ແບ່ງປັນ​​​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນບົດຮຽນທຸກ​ຂັ້ນ​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະຕິ​ຄວາມຮັບ​ຮູ້​ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ສາມັກຄີມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. ທ່ານ​ປະທານສະ​ຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ, ສະມາຄົມ ມິດຕະພາບ ຫວຽດນາມ - ລາວ,  Vu Xuan Hong  ຊີ້​ແຈງ​ວ່າ:

”​ໃນ​ຊຸມ​ປີຜ່ານມາ, ດ້ວຍ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລາວ, ບັນດາ​ສະມາຄົມ ​ໄດ້​ມີ​ບົດຮຽນ​ອັນ​ລ້ຳ​ຄ່າ, ມີ​ພຶດຕິ​ກຳ​ຕົວ​ຈິງ, ​ແລະ ປະສິດ​ທິຜົນຫຼາຍ​ຢ່າງ​ໃນ​ການ ​ຈັດ​ຕັ້ງ, ຊ່ວຍ​ເຫຼືອ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ລາວ ​​ເຄື່ອນ​ໄຫວ​ປັບປຸງ​ນ້ຳ​ໃຈ​ມິດຕະພາບ​ຢ່າງຮອບດ້ານ, ບໍລິສຸດ​ຜຸດ​ຜ່ອງ. ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ສຳຄັນ​ຍິ່ງ ​ເພາະວ່າ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ໂດຍ​ລຸ້ນກ່ອນ​ປະ​ໄວ້​ນັ້ນ ​ແມ່ນ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ມັນ​ຕັດສິນ​ຊາຕະ​ກຳ​ຂອງ​ທັງ​ສອງ​ປະ​ເທດ, ​ເພື່ອ​ພ້ອມ​ກັນ​ກ້າວ​ຂຶ້ນ”.

ຂ່າວ/ບົດ​ອື່ນ