(vovworld) - ຕອນຄໍ່າວັນທີ 29/9, ຢູ່ນະຄອນເຫ໋ວ, ຄະນະປະຈຳຊາວໜຸ່ມແຂວງເທື່ອທຽວເຫວ ໄດ້ຈັດຕັ້ງລາຍການ “ພົບປະແລກປ່ຽນບົດຮຽນ ຊາວໜຸ່ມແຂວງ ເທື່ອທຽວເຫ໋ວ - ສາລະວັນ (ລາວ) ປີ 2012” ແລະ ຕ້ອນຮັບຫຼຽນກາມິດຕະພາບຂອງທ່ານນາຍົກລັດຖິມົນຕີ ສປປ ລາວ ໃຫ້ແກ່ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແຂວງເທື່ອທຽນເຫ໋ວ. ນີ້ແມ່ນການເຄື່ອນໄຫວເພື່ອຕອບສະໜອງປີມິດຕະພາບຫວຽດນາມ - ລາວ 2012, ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງຄະນະຊາວໜຸ່ມສອງແຂວງ.
ໃນຫຼາຍປີຜ່ານມາ, ໄວໜຸ່ມສອງແຂວງເທື່ອທຽວເຫ໋ວ - ສາລະວັນ ໄດ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອຂອງປະຊາຊົນສອງປະເທດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດສັງຄົມໃນເຂດຊາຍແດນ, ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນແຮກສ່ຽວ, ແລກປ່ຽນບົດຮຽນໃນການຈັດຕັ້ງຂະບວນການຊາວໜຸ່ມ, ຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ… ຜ່ານບັນດາດານເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງໄວໜຸ່ມສອງປະເທດຫວຽດນາມ - ລາວ ເວົ້າລວມ ແລະ ໄວໜຸ່ມສອງແຂວງ ເທື່ອທຽວເຫ໋ວ - ສາລະວັນ ເວົ້າສະເພາະ.