ງານພົບປະແລກປ່ຽນມິດຕະພາບທີ່ເປັນມູນເຊື້ອ
“ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ”
(ພາບ: phamkien/vietnam+)
(vovworld) – ງານພົບປະແລກປ່ຽນມິດຕະພາບທີ່ເປັນມູນເຊື້ອ “ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ” ດຳເນີນໃນລະຫວ່າງວັນທີ 25 – 29/7, ງານພົບປະແລກປ່ຽນໂດຍຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ສົມທົບກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຄຳມ່ວນ ແລະ ແຂວງ ເຫງະອານ ຈັດຕັ້ງ. ງານພົບປະແລກປ່ຽນໄດ້ຊ່ວຍໃຫ້ພະນັກງານຂອງ 2 ຄະນະ, ກໍຄືພະນັກງານຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຄຳມ່ວນ ແລະ ເຫງະອານ ນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືຢ່າງແໜ້ນແຟ້ນນຳກັນ, ມີປະສິດທິຜົນໃນການເຄື່ອນໄຫວຕ່າງໆ, ປະກອບສ່ວນເຮັດໃຫ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງກ່ວາອີດ.
ເນື່ອງໃນໂອກາດນີ້, ຄະນະຜູ້ແທນຂອງ 2 ຄະນະພົວພັນຕ່າງປະເທດສູນກາງ 2 ພັກ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທອງລູນສີສຸລິດ ແລະ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຫວຽດນາມ ຮ່ວາງບິ່ງກວນ ນຳໜ້າ, ມາຖະຫວາຍດອກໄມ້, ທູບທຽນອາໄລຫາປະທານປະເທດ ໂຮ່ຈີມິນ ຢູ່ເຂດອະນຸສະຖານປະທານ ໂຮ່ຈີມິນ ແລະ ປະທານ ໄກສອນພົນວິຫານ ຢູ່ແຂວງ ຄຳມ່ວນ; ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ ເຫງະອານ; ຢ້ຽມຢາມບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ ຢູ່ ບ້ານແຊນ ແລະ ບ້ານ ຮ່ວາງຈູ, ກີມລຽນ, ເມືອງ ນາມດ່ານ (ເຫງະອານ); ຢ້ຽມຢາມ ແລະ ມອບຂອງຂວັນຕອບບຸນແທນຄຸນບາງຄອບຄົວທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງຄຳມ່ວນ ແລະ ເຫງະອານ.