ນັກສຶກສາເຂົ້າຮ່ວມຮ້ານວາງສະແດງຜະລິດຕະພັນຂອງ ຫວຽດນາມ ແລະ ຍີ່ປຸ່ນ
(ພາບ: Minh Long/VOV)
|
(vovworld) – “ສະຖາບັນກະສິກຳ ຫວຽດນາມ ຈະແນະນຳເປົ້າໝາຍກ່ວາ 500 ຄົນໄປຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ ໃນປີນີ້”. ນີ້ແມ່ນການຢັ້ງຢືນຂອງທ່ານ ຫວູງອກຮວຽນ, ຜູ້ອຳນວຍການສູນສະໜອງແຫຼ່ງຊັບພະຍາກອນມະນຸດ, ສະຖາບັນກະສິກຳ ຫວຽດນາມ ທີ່ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ໂດຍສະຖາບັນກະສິກຳ ຫວຽດນາມຈັດຕັ້ງໃນຕອນເຊົ້າວັນທີ 23/4, ຢູ່ຮ່າໂນ້ຍ. ງານພົບປະນີ້ໄດ້ດຶງດູດນັກສຶກສາເກືອບ 30.000 ຄົນທີ່ມາຈາກມະຫາວິທະຍາໄລຫຼາຍແຫ່ງທາງພາກເໜືອ.
ທ່ານ ຫວູງອກຮວຽນ, ຜູ້ອຳນວຍການສູນສະໜອງແຫຼ່ງຊັບພະຍາກອນມະນຸດກະສິກຳສິກຳຄຸນນະພາບສູງ ໃຫ້ຮູ້ວ່າ:
“ປີ 2016, ພວກຂ້າພະເຈົ້າໄດ້ສົ່ງນັກສຶກສາເກືອບ 300 ຄົນໄປຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ. ໃນປີນີ້, ສູ້ຊົນສົ່ງນັກສຶກສາ, ປະລິຍາຕີ, ນັກວິສາວະກອນກ່ວາ 500 ຄົນ, ຊຶ່ງແມ່ນບັນດາຜູ້ມີຄວາມຕ້ອງການໄປຮ່ຳຮຽນຢູ່ ຍີ່ປຸ່ນ ກໍ່ຄືໄປຝຶກຝົນດ້ານວິຊາຊີບໄລຍະສັ້ນ ກໍ່ຄືໄລຍະຍາວຢູ່ ຍີ່ປຸ່ນ. ໃນປີ 2018, ຈະເປີດຫ້ອງການຜູ້ຕາງໜ້າຢູ່ ຍີ່ປຸ່ນ ນັ້ນແມ່ນຂົວເຊື່ອມຕໍ່ຂອງບັນດານັກສຶກສາ, ປະລິຍາຕີ, ນັກວິສາວະກອນ ມີເງື່ອນໄຂໄປເຮັດວຽກຢູ່ ຍີ່ປຸ່ນ ຜ່ານນັ້ນ ສ້າງເງື່ອນໄຂໃຫ້ພວກເພື່ອນນັກສຶກສາຮ່ຳຮຽນ, ຝຶກອົບຮົມ ຮັບເອົາວັດທະນະທຳ ກໍ່ຄືວິທະຍາສາດເຕັກໂນໂລຢີ. ”