ງານພົບປະແລກປ່ຽນວັດທະນະທຳ-ອາຫານການກິນຂອງບັນດາປະເທດອາຊຽນ
(ພາບປະກອບ)
(vovworld) - ວັນທີ 21/9, ຢູ່ Wellington, ໃນບົດບາດເປັນປະທານຄະນະກຳມະການອາຊຽນ ຢູ່ Wellington ແຕ່ເດືອນ 7-12/2015. ສະຖານທູດຫວຽດນາມ ປະຈຳ ນິວຊີແລນ ໄດ້ຈັດງານພົບປະແລກປ່ຽນລະຫວ່າງບັນດາເອກອັກຄະລັດຖະທູດຍິງ, ພັນລະຍາເອກອັກຄະລັດຖະທູດ ແລະ ບັນດາພະນັກງານການທູດຍິງ ບັນດາປະເທດອາຊຽນຢູ່ ນິວຊີແລນ. ກ່າວຄວາມເຫັນໄຂງານພົບປະແລກປ່ຽນ, ພັນລະຍາເອກອັກຄະລັດຖະທູດຫວຽດນາມ ປະຈຳນິວຊີແລນ ບຸ່ຍທິມິງຕວຽດ, ຖືວ່າ, ການເຄື່ອນໄຫວນີ້ປະກອບສ່ວນເຊື່ອມຕໍ່ບັນດາສະມາຊິກໃນມະຫາຄອບຄົວອາຊຽນນຳກັນ.
ທີ່ງານພົບປະແລກປ່ຽນ, ບັນດາຜູ້ເຂົ້າຮ່ວມມີໂອກາດໄດ້ຮັບປະທານອາຫານພື້ນເມືອງຫຼາຍເຍື່ອງຂອງຫວຽດນາມເຊັ່ນ: ເຟີ, ແນມ, ເຂົ້າໜົມ.. ພ້ອມກັບອາຫານບາງເຍື່ອງຂອງບັນດາປະເທດອາຊຽນອີກດ້ວຍ.