“ງານພົບປະແລກປ່ຽນວັດທະນະທຳໂຮ້ຍອານ - ຍີ່ປຸ່ນ” ຖືກຂັດຂຶ້ນຢູ່ຍີ່ປຸ່ນ ເປັນຄັ້ງທຳອິດ
(ພາບປະກອບ)
(vovworld) – ງານພົບປະແລກປ່ຽນວັດທະນະທຳໂຮ້ຍອານ - ຍີ່ປຸ່ນ ປີ 2014, ເປັນຄັ້ງທຳອິດຈະຈັດຂຶ້ນຢູ່ນະຄອນ Osaka, ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 18 – 19/10. ຕາມນັ້ນແລ້ວ, ຄະນະປະຕິບັດງານຂອງນະຄອນໂຮ້ຍອານ, ແຂວງກວາງນາມ ເຊິ່ງລວມມີນັກສິລະປິນ 35 ຄົນ, ຜູ້ຕາງໜ້າວິສາຫະກິດດີເດັ່ນ ແລະ ຊາວຍີ່ປຸ່ນ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ໂຮ້ຍອານ ຈະເຂົ້າຮ່ວມງານບຸນ Sakai ຄັ້ງທີ 41 (ປີ 2014), ຢູ່ນະຄອນ Osaka, ປະເທດຍີ່ປຸ່ນ. ເຂົ້າຮ່ວມງານບຸນ, ຄະນະຜູ້ແທນຈະພົບປະແລກປ່ຽນວັດທະນະທຳ, ສະແດງລາຍການສິລະປະພື້ນເມືອງ, ການເຄື່ອນໄຫວປະຊາຄົມ, ເດີນຂະບວນຕາມຖະໜົນ… ແລະ ຈັດຕັ້ງການລະຫຼິ້ນພື້ນເມືອງ, ກໍ່ຄືການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ - ການບໍລິການ ແນະນຳຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງໂຮ້ຍອານ ເຖິງເພື່ອນມິດຍີ່ປຸ່ນ ແລະ ສາກົນ.
ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 12 ເຊິ່ງຈັດຂຶ້ນຢູ່ຍີ່ປຸ່ນ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື, ການພົບປະແລກປ່ຽນລະຫວ່າງ 2 ຝ່າຍ, ພ້ອມທັງສະເຫຼີມສະຫຼອງ 15 ປີແຫ່ງຄຸ້ມເມືອງເກົ່າໂຮ້ຍອານ - ມໍລະດົກວັດທະນະທຳໂລກ ແລະ 5 ປີແຫ່ງ ກູ່ລາວຈ່າມ, ໂຮ້ຍອານ ໄດ້ຮັບການຮັບຮອງວ່າ ແມ່ນເຂດຊີວະນາໆພັນຂອງໂລກ.