(vovworld) – ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝຸ (07/05/1954 – 07/05/2014), ຕອນຄໍ່າວັນທີ 26/04, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດງານພົບປະແລກປ່ຽນສິລະປະ “ຄວາມຊົງຈຳກ່ຽວກັບດ້ຽນບຽນ”. ລາຍການ “ຄວາມຊົງຈຳກ່ຽວກັບດ້ຽນບຽນ” ແມ່ນບັນດາເລື່ອງລາວ, ຄວາມຊົງຈຳຂອງບັນດານັກຂ່າວ, ບັນນາທິການ, ນັກແຕ້ມ ທີ່ເຂົ້າຮ່ວມບັ້ນຮົບດ້ຽນບຽນຝຸ ທີ່ດັ່ງກ້ອງກັ່ງວານຄື: ຫງວຽນຄັ໋ກຕ໋ຽບ, ຫງວຽນຊວນມາຍ, ຝ້າມຝຸ໋ບັ່ງ, ໂງແມ້ງເລີນ. ນັ້ນແມ່ນຄວາມຊົງຈຳກ່ຽວກັບໄລຍະສົງຄາມທີ່ຮ້າຍແຮງ, ບັນດາເຄື່ອງອຸປະກອນປະຖົມປະຖານ, ຫຼ້າຫຼັງ ແຕ່ບັນດາໜັງສືພິມ, ຮູບແຕ້ມລະດົມໃຈ ໄດ້ຖືກພິມຈຳໜ່າຍຢ່າງທັນການ, ທັງສ່ອງແສງບັ້ນຮົບ, ທັງຮັບໃຊ້ຈິດໃຈຂອງພະນັກງານ, ນັກຮົບ. ທ່ານ ຮ່ານິງເຫ້ວ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ.
“ລາຍການ “ຄວາມຊົງຈຳກ່ຽວກັບດ້ຽນບຽນ” ໃນມື້ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນ ແລະ ຮັບຮອງບັນດາເລື່ອງລາວຂອງນັກຂ່າວທີ່ເຄີຍເຂົ້າຮ່ວມບັ້ນຮົບ. ຜ່ານບັນດາເອກະສານຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບດ້ຽນບຽນຝຸ ພວກເຮົາສາມາດເຂົ້າໃຈກ່ຽວກັບຄວາມສຳຄັນ ແລະ ບົດບາດຂອງນັກຂ່າວ, ຂອງວຽກງານໂຄສະນາໃນບັ້ນຮົບ, ເຂົ້າໃຈກ່ຽວກັບກຳລັງແຮງດ້ານຈິດໃຈ, ກຳລັງແຮງດ້ານແນວຕິດຂອງຊາດຫວຽດນາມ ຫຼາຍກວ່າອີກ”.