ງານພົບປະແລກປ່ຽນສິລະປະ “ເພື່ອຊີວິດສັນຕິສຸກ ແລະ ພັດທະນາ“

ງານພົບປະແລກປ່ຽນສິລະປະ “ເພື່ອຊີວິດສັນຕິສຸກ ແລະ ພັດທະນາ“ - ảnh 1
ງານພົບປະແລກປ່ຽນສິລະປະ “ເພື່ອຊີວິດສັນຕິສຸກ ແລະ ພັດທະນາ“
(ພາບ: dangcongsan.vn)


(vovworld) - ວັນ​ທີ 4/4, ​ແມ່ນ​ວັນ​ສາກົນ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ. ຕອນ​ຄຳ່​ວັນ​ທີ 3/4, ຢູ່​ໂຮງ​ລະຄອນວິທະຍຸ​ກະຈາຍສຽງ​ຫວຽດນາມ, 58 ຖະໜົນ​ກວ໋ານຊື໋, ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ“​ເພື່ອ​ຊີວິດ​ສັນຕິ​ສຸກ ​ແລະ ພັດທະນາ“. ລາຍການ​ນີ້​ໂດຍ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງການ​ດຳ​ເນີນ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ (ຄະນະ​ຊີ້​ນຳ 504), ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ສະມາຄົມ​ໜູນ​ຊ່ວຍ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມຫວຽດນາມ, ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ (VOV), ສົມທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄວາມ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ, ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ໄລຍະ​ຈະ​ມາ​ເຖິງ​ອົງການ​ປະຈຳການ​ຄະນະ​ຊີ້​ນຳ 504 ຄວນ​ສືບ​ຕໍ່​ເປັນ​ເຈົ້າ​ການ, ຄົ້ນ​ຄ້ວາ, ສະ​ເໜີ​ມາດ​ຕະການ​ລະດົມ​ແຫຼ່ງກຳລັງ​ເພື່ອ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ລາຍການ. ກະຊວງ​ການ​ຕ່າງປະ​ເທດ​ເປັນ​ເຈົ້າ​ການ​ນຳ​ເຂົ້າ​ແຜນການ​ຮ່ວມ​ມື​ລະດັບ​ຊາດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ການ​ເງິນ​ສະ​ເໜີ​ກ່ຽວ​ກັບ​ການ​ເຈລະຈາ, ລົງ​ນາມ, ລະດົມ​ແຫຼ່ງກຳລັງ ​ແລະ ມີ​ກົນ​ໄກ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ໃຫ້​ວຽກ​ງານ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ທັນ​ການ“.

   ໃນ​ງານ​ພົບ​ປະ​ແລກປ່ຽນ​ນີ້, ຄະນະ​ຈັດ​ຕັ້ງ​​ໄດ້​ຮັບ​ການ​ສະໜັບສະໜູນ​ເງິນ 210 ລ້ານ​ດົ່ງ​ຈາກ​ບັນດາ​ອົງການ, ຫົວໜ່ວຍ​ທີ່​ສົ່ງ​ເຖິງ​ໂຄງການ​ດຳ​ເນີນ​ງານ​ແ່ຫ່ງຊາດແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ. ​ແລະ ກໍ່​ໃນ​ລາຍການ, ຄະນະ​ຈັດ​ຕັ້ງໄດ້​ຍ້ອງຍໍ​ບັນດາ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ສັງຄົມ ​ແລະ ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ໄດ້​ມີ​ການປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ວຽກ​ງານແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມຢູ່​ຫວຽດນາມ

ຂ່າວ/ບົດ​ອື່ນ