(vovworld) - ຕອນຄໍ່າວັນທີ 23/12, ຢູ່ຮ່າໂນ້ຍ, ໄດ້ຈັດງານພົບປະແລກປ່ຽນສີລະປະຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ. ລາຍການໂດຍເຫຼົ່າທັບປ້ອງກັນອາກາດ ສົມທັບກັບໂທລະພາບແຫ່ງຊາດຫວຽດນາມ ຈັດຕັ້ງ. ກ່າວຄຳເຫັນທີ່ງານພົບປະ, ພົນຈັດຕະວາ ຫງວຽນວັນແທງ, ເລຂາຄະນະພັກ, ກຳມະການການເມືອງເຫຼົ່າທັບປ້ອງກັນອາກາດ, ຊີ້ແຈ້ງວ່າ.
“ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະດ້ຽນບຽນຝູ ທາງອາກາດ, ທະຫານເຫຼົ່າທັບປ້ອງກັນອາກາດ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໃນພາລະກິດປົກປັກຮັກສານານຟ້າຂອງປະເທດຊາດ, ເພື່ອພາລະກິດປົດປ່ອຍຊາດ, ຮູ້ບຸນຄຸນບັນດາລຸ້ນພໍ່, ລຸ້ນອ້າຍ ທີ່ໄດ້ສ້າງເປັນປະຫວັດສາດຫວຽດນາມ ວິລະຊົນ, ບັນດານັກປະພັນ, ນັກຮ້ອງ, ນັກສະແດງ, ນັກຮົບໄດ້ຍ້ອງຍໍສັນລະເສີນບັນດາຜົນງານຂອງທະຫານ ແລະ ປະຊາຊົນຫວຽດນາມ ເຊິ່ງໄດ້ລະດົມກຳລັງໃຈໃຫ້ແກ່ທະຫານເຫຼົ່າທັບປ້ອງກັນອາກາດສ້າງເປັນໄຊຊະນະຮ່າໂນ້ຍ - ດ້ຽນບຽນຝູທາງອາກາດອັນສະຫງ່າລາສີ”.