ງານພົບປະແລກປ່ຽນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ

ງານພົບປະແລກປ່ຽນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ - ảnh 1

ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ​ຢູ່​ຫວຽດນາມ
(ພາບ: ອິນເຕີແນດ)

(vovworld) - ຕອນ​ຄຳ່​ວັນທີ 30/10, ຢູ່​ນະຄອນ ​ເຫວ໋, ​ໄດ້​ດຳ​ເນີນ ງານ​ພົບ​ປະ​ແລກປ່ຽນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກລະ​ເບີດ​ບໍ່​ທັນ​ແຕກ ດ້ວຍ​ຫົວ​ຂໍ້​ວ່າ “​ເພື່ອ​ໃຫ້​ດິນ​ຟື້ນ​ຊີບ, ​ໃຫ້​ຄົນ​ອິີ່ມໜຳສຳລານ“, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ​ແລະ ຜູ້ຕາງໜ້າ 10 ປະ​ເທດ​ອາ​ຊຽນ ​ແລະ  8 ປະ​ເທດ​ຄູ່​ເຈລະຈາ​ເຊັ່ນ: ລັດ​ເຊຍ, ຈີນ, ອາ​ເມ​ລິ​ກາ, ອິນ​ເດຍ, ຍີ່ປຸ່ນ ສ.​ເກົາຫຼີ, ນິວຊີ​ແລນ, ອົດ​ສະ​ຕາ​ລີ. ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຕີ​ລາຄາ​ສູງ ​ແລະ ຍ້ອງ​ຍໍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຂອງ​ທ້ອງ​ຖີ່​ນຕ່າງໆ.

ທີ່ງານ​ພົບ​ປະ​ແລກປ່ຽນ, ພົນ​ໂທ ຫງວຽນ​ຈີ໋ວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໄດ້​ປຸກລະດົມ​ລາຍການ “ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ​ຢູ່​ຫວຽດນາມ“.

ຂ່າວ/ບົດ​ອື່ນ