ງານພົບອະດີດນັກຮຽນທະຫານລາວທີ່ເຄີຍຮຽນຢູ່ ຫວຽດນາມ

ງານພົບອະດີດນັກຮຽນທະຫານລາວທີ່ເຄີຍຮຽນຢູ່ ຫວຽດນາມ - ảnh 1
ລາຍການສິລະປະໃນງານພົບປະ


(vovworld) -  ຕອນ​ຄຳ່​ວັນ​ທີ 3/8, ຢູ່​ນະຄອນຫລວງ ວຽງ​ຈັນ, ທູດ​ທະຫານ ຫວຽດນາມ ປະຈຳ​ລາວ, ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ໄດ້​ຈັດ​ຕັ້ງ​ການ​ພົບປະ​ແລກປ່ຽນກັບ​ບັນດາ​ທະຫານ​ລາວ​ລຸ້ນຕ່າງໆ​ທີ່​ເຄີ​ຍຮຳ່ຮຽນ​ຢູ່​ໂຮງຮຽນ​ການ​ທະຫານ​ຕ່າງໆ​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Ta Minh Chau ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ​ລາວ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ກອງທັບ​ລາວ​ໃນ​ກາ​ນຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ. ຕາງຫນ້າ​ໃຫ້​ທະຫານ​ລາວ​ລຸ້ນຕ່າງໆ, ພົນ​ຈັດຕະວາ ​ແກນ​ສີ ມະ​ນີວົງ ຮອງ​ຫົວຫນ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະ​ຊາ​ຊົນ​ລາວ ​ໄດ້​ຂອບ​ອົກ​ຂອບ​ໃຈ​ພັກ, ລັດ, ລັດຖະບານ ​ແລະ ກອງທັບ​ຫວຽດນາມ  ທີ່​ໄດ້ຄຽງ​ບ່າ​ຄຽງ​ໄລ່​ພ້ອມ​ກັບ​ທະຫານ ​ແລະ ປະຊາຊົນ​ລາວ​ໃນ​ບັນດາ​ສະຫນາມຮົບ​ເພື່ອ​ຕີ​ສັດຕູ​​ໂຕ​ດຽວ​ໃຫ້​ປະຊາ​ໄຊ​​ແລ້ວ ຫວຽດນາມ ຍັງ​ບຳລຸງ​ສ້າງ​ທະຫານ​ລາວ​ຫລາຍ​ລຸ້ນຄົນ ​ເພື່ອ​ເປັນ​ບ່ອນ​ອີງ​ຫນັກ​ແຫນ້ນ​ໃຫ້​ແກ່​ກອງທັບ​ລາວ, ສຳ​ເລັດ​ທຸກຫນ້າ​ທີ່​ຊຶ່ງ​ປະ​ເທດ​ຊາດ​ມອບ​ໝາຍ​ໃຫ້.

Quoc Khanh ນັກ​ຂ່າວ VOV ປະຈຳ​ ສປປລາວ

ຂ່າວ/ບົດ​ອື່ນ