(vovworld) - ງານມະຫາກຳ “ນາຍຊ່າງໜຸ່ມເກັ່ງ” ທົ່ວປະເທດຄັ້ງທີ 3 ປີ 2012 ດຳເນີນໃນຕອນຄ່ຳວັນທີ 29/4 ຢູ່ນະຄອນ ເກີນເທີ. ທີ່ງານມະຫາກຳ, ຄະນະຈັດຕັ້ງໄດ້ຍ້ອງຍໍສັນລະເສີນແບບຢ່າງນາຍຊ່າງໜຸ່ມເກັ່ງ 81 ຄົນ ທີ່ມາຈາກ 44 ແຂວງ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ໃນທົ່ວປະເທດ. ບັນດາແບບຢ່າງໜຸ່ມທີ່ໄດ້ຮັບການເຊີດຊູ, ສັນລະເສີນໃນຄັ້ງນີ້ ແມ່ນບັນດານາຍຊ່າງໜຸ່ມເກ່ັງ, ມີຜົນງານໃນການອອກແຮງງານທີ່ດີເດັ່ນ, ມີບັນດາຫົວເລື່ອງ, ຄວາມນຶກຄິດ, ຫວຄິດປະດິດສ້າງ ຖືກນຳໃຊ້ໃນການຜະລິດ, ການຮ່ຳຮຽນ. ທ່ານນາງ Nguyen Thi Hang, ປະທານສະທາຄົມສອນວິຊາຊີບຫວຽດນາມ ຖືວ່າ:
“ເຮັດຫຍັງເພື່ອສ້າງໃຫ້ມີຜະລິດຕະພັນໃໝ່, ສ້າງຊີວິດໃຫ້ດີຂຶ້ນກໍ່ລ້ວນແຕ່ກໍແມ່ນຄວາມແສນຫງ່າ, ດັ່ງນັ້ນ, ບັ້ນຂົນຂວາຍນີ້ແມ່ນຂອງທົ່ວປວງຊົນ ແລະ ຄະນະຊາວໜຸ່ມຕ້ອງປະຈັນບານນຳໜ້າ. ດັ່ງນັ້ນ, ພວກເຮົາຕ້ອງເຮັດວຽກງານຫຼາຍຢ່າງ ເຊິ່ງຄະນະຊາວໜຸ່ມ ໄດ້ເລີ່ມດຳເນີນບັນຫາຕົ້ນຕໍຂອງໄວໜຸ່ມນັ້ນແມ່ນວິຊາຊີບ”