ງານມະຫາກຳຮູບເງົາເອກະສານເອີລົບຊ່ວຍນຳຮູບເງົາເອກະສານຫວຽດນາມເຊື່ອມໂຍງເຂົ້າກັບໂລກເທື່ອລະກ້າວ

ງານມະຫາກຳຮູບເງົາເອກະສານເອີລົບຊ່ວຍນຳຮູບເງົາເອກະສານຫວຽດນາມເຊື່ອມໂຍງເຂົ້າກັບໂລກເທື່ອລະກ້າວ - ảnh 1
ງານ​ມະ​ຫາ​ກຳ​ຮູບ​ເງົາ​ເອກະສານ ​ເອີ​ລົບ-​ຫວຽດນາມ ​2015
(ພາບ:P.T)


(vovworld) – ​ ງານ​ມະ​ຫາ​ກຳ​ຮູບ​ເງົາ​ເອກະສານ ​ເອີ​ລົບ-​ຫວຽດນາມ ​2015 ທີ່ໄດ້ດຳ​ເນີນ​ມາ​ເປັນ​ເວລາ 10 ວັນ​ຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ,​ ​​ຖືກ​ອັດ​ລົງຫວ່າງ​ແລ້ວ​ນີ້. ບັນດາຮູບ​ເງົາເອກະສານ​ຂອງ 10 ປະ​ເທດ​ເຊິ່ງລວມມີ: ​ໂອ​ຕຣິດ, ​ແດນ​ມາກ, ຝຣັ່ງ, ​ເຢຍລະ​ມັນ, ​ໂປ​ໂລ​ຍ, ​​ແອັດ​ສະ​ປາຍ,  ຊູ​ແອັດ, ສະ​ວິດ, ອິດສະຣາ​ແອນ ​ແລະ ຫວຽດນາມ ​​ໄດ້​ສ້າງ​ຂີດ​ໝາຍການເປີດ​ກ້ວາງ​ດ້ານ​ຂອບ​ຂະໜາດ​ຂອງ​ງານ​ມະ​ຫາ​ກຳ, ​ໃນ​ນັ້ນ​ມີ​​ຮູບ​ເງົາ​ຫຼາຍ​ເລື່ອງທີ່​ມີ​ຄຸນ​ນະພາ​ບ, ​ໄດ້​ຮັບ​ບັນດາ​ລາງວັນ​ສາກົນ ​ແລະ ພາຍ​ໃນ​ປະ​ເທດ. ຮູບ​ເງົາ 19 ​ເລື່ອງເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ເຕື້ອງ​ເຖິງບັນດາ​ຫົວ​ເລື່ອງ​ທີ່​ອຸດົມສົມ​ບູນ ​ແລະ ມີ​ລັກສະນະ​ທົ່ວ​ໂລກ. ຫວຽດນາມ ມີ​ຮູ​ບ​ເງົາ 10 ​ເລື່ອງເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳຄັ້ງ​ນີ້.

                  ຜ່ານການ​ດຳ​ເນີນ 7 ຄັ້ງ​,  ງານ​ມະ​ຫາ​ກຳ​ຮູບ​ເງົາ​ເອກະສານ​ເອີ​ລົບ-​ຫວຽດນາມ ​ໄດ້​ຊ່ວຍ​ໃຫ້​ບັນດາ​ຜູ້​ຜະລິດ​ຮູບ​ເງົາ​ເອກະສານ​ມີ​ຫຼາຍບົດຮຽນທີ່​ດີ, ມີ​ກາລະ​ໂອກາດ​ສຳ​ພັດ​ ​ແລະ ຖອດ​ຖອນບົດຮຽນ ​ເພື່ອ​ນຳ​ຮູບ​ເງົາ​ເອກະສານ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ