ພິທີມອບນາມມະຍົດ “ນາຍຊາງໜຸ່ມທີ່ເກັ່ງກ້າ” ໃຫ້ແກ່ບັນດາສ່ວນບຸກຄົນ |
(vovworld)- ງານມະໂຫລານ “ນາຍຊາງໜຸ່ມທີ່ເກັ່ງກ້າ” ທົ່ວປະເທດຄັ້ງທີ 6 ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 23/5 ຢູ່ແຂວງ ບິນເຢືອງ ຊຶ່ງມີການເຂົ້າຮ່ວມຂອງທ່ານ ເຈືອງຮ່ວາບີງ ເລຂາສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ດັ້ງງອກຕຸງ ປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ທ່ານ ຫງວຽນດັກວິງ ເລຂາທີ 1 ສູນກາງຊາວໜຸ່ມກອມມູນິດ ໂຮ່ຈິມິນ. ຄະນະຈັດຕັ້ງໄດ້ຮັບສຳເນົາເອກະສານເກືອບ 160 ຊຸດຂອງ 50 ອົງການຊາວໜຸ່ມແຂວງ, ນະຄອນ, ຜ່ານນີ້ຈະເລືອກເອົາບັນດານາຍຊາງໜຸ່ມທີ່ເກັ່ງກ້າ, ມີສີມືການຊາງສູງ, ມີບັນຫາຫົວເລື່ອງ, ແນວຄວາມຄິດ, ຂໍ້ລິເລີ່ມຖືກນຳໃຊ້ໃນການຜະລິດ, ຮ່ຳຮຽນ, ອອກແຮງງານ… ທ້າວ ເລດິງຈິງ ກຳມະກອນ ສັງກັດ ອົງການຮ່ວມທຸລະກິດ Vietsovpetro ຊຶ່ງແມ່ນສ່ວນບຸກຄົນໄດ້ຮັບການເຊີດຊູ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າພາກພູມໃຈທີ່ສຸດເພາະໄດ້ຮັບເລືອກແມ່ນໜຶ່ງໃນບັນດາແບບຢ່າງ ນາຍຊາງໜຸ່ມທີ່ເກັ່ງກ້າທົ່ວປະເທດປີ 2015. ຂ້າພະເຈົ້າ ເຫັນວ່າ ເຮົາຕ້ອງພະຍາຍາມຫຼາຍກວ່າອີກ, ສູ້ຊົນຢ່າງບໍ່ຢຸດຢັ້ງເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງບໍລິສັດ ແລະ ຂອງທົ່ວສັງຄົມ”