ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 11 ປະສົບຜົນສຳເລັດຢ່າງຈົບງາມ

ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 11 ປະສົບຜົນສຳເລັດຢ່າງຈົບງາມ - ảnh 1
(ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ)

(vovworld) – ງານ​ມະ​ໂຫລານກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ປີ 2014 ​ໄດ້​ອັດ​ລົງ​​ເມື່ອ​ຕອນ​ຄໍ່າ​ວັນ​ທີ 26/04, ຢູ່​ນະຄອນ​ດ່າ​ລາດ, ​ແຂວງ​ເລີມ​ດົ່ງ. ກ່າວ​ຄຳ​ເຫັນ​ອັດ​ງານ​ມະ​ໂຫລານ, ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້​ຂໍ້​ສັງ​ເກ​ດວ່າ ບັນດາ​ບົດ​ປະພັນ​ລາຍການ​ກະ​ຈາ​ຍສຽງເຂົ້າ​ຮ່ວມ​ງານ​ມະ​ໂຫລານ ​ແມ່ນ​ບັນດາ​ການ​ສັງ​ເກດດ້ວຍ​ຫຼາຍ​ແງ່​ມຸມຂອງ​ຜູ້​ຂຽນ, ຜູ້​ຜະລິດ​ລາຍການ​ກ່ຽວ​ກັບ​ບັນດາ​ບັນຫາ​ຊີວິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ​ຕົນ ​ແລະ ທົ່ວ​ປະ​ເທດ. ທ່ານ ຫວູຫາຍ ​ເນ​ັ້ນໜັກ​ວ່າ.

        “ທີ່​ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ນີ້, ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ວາງສະ​ແດງ​ເຄື່ອງ​ອຸປະ​ກອບ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ຄຸ້ມຄອງ​, ບັນດາ​ນາ​ທິການ, ນັກ​ເຕັກນິກເປັນ​ຈຳນວນ​ຫຼວງ​ຫຼາຍ ຍ້ອນ​ໄດ້​ລົງ​ເລິກ​​ເຂົ້າ​ບັນດາບັນຫາ​ແທດ​ຈິງ. ງານ​ມະ​ໂຫລານກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ, ບັນດາ​ຜູ້​ເຮັດ​ວຽກ​ງານ​ໜັງສືພິີມກະຈາຍ​ສຽງ​ຫວຽດນາມ ຈະ​ມີ​ບັນດາ​ຄວາມ​ຄິດ​ໃໝ່, ກຳລັງ​ແຮງ​ໃໝ່ ​ແລະ ຄວາມ​ຕິດ​ພັນ ​ເພື່ອ​ສ້າງ​ບັນດາ​ການ​ປ່ຽນ​ແປງ​ກ້າວ​ກະ​​ໂດດ​ຂັ້ນ, ​ແທດ​ເໝາະ​ກັບ​ສະ​ໄໝ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ​ແລະ ສື່ສານ​ຫຼາຍ​ປະ​ເພດ”.

ຂ່າວ/ບົດ​ອື່ນ