ໝູ່ບ້ານເຄື່ອງປັ້ນດິນເຜົາບາດຈ່າງ
|
(vovworld) – ຕາມພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວຮ່າໂນ້ຍ ແລ້ວ, ງານມະໂຫລານວັດທະນະທຳ, ທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍປີ 2015 ຈະດຳເນີນແຕ່ວັນທີ 1 – 4/10, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຮ້ານວາງສະແດງ 300 ຮ້ານ. ໃນນັ້ນມີຮ້ານວາງສະແດງທີ່ສະຫງວນໃຫ້ເຂດໝູ່ບ້ານອາຊີບ ແລະ ບັນດາວິສາຫະກິດອາຊີບທີ່ເປັນມູນເຊື້ອຮ່າໂນ້ຍ 150 ຮ້ານ. ຄາດວ່າ, ເຂດວາງສະແດງສິນຄ້າຂອງບັນດາຫົວໜ່ວຍສາກົນຈະມີປະມານ 20 ຮ້ານທີ່ສະຫງວນໃຫ້ບັນດາຮາກຖານຜະລິດ ຫຼື ດຳເນີນທຸລະກິດປະເພດສິນຄ້າຫັດທະກຳທີ່ເປັນມູນເຊື້ອຂອງບັນດານະຄອນ ແລະ ນະຄອນຫຼວງສາກົນໃນຂອບເຂດຮ່ວມມື ອາຊຽນ ແລະ CPTA (ເຄືອຂ່າຍບັນດານະຄອນໃຫຍ່ຢູ່ ອາຊີ).
ນີ້ເປັນຄັ້ງທີ 3 ທີ່ນະຄອນ ຮ່າໂນ້ຍ ຈັດຕັ້ງການເຄື່ອນໄຫວນີ້ເພື່ອແນໃສ່ໜູນຊ່ວຍບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງ ຮ່າໂນ້ຍ ແລະ ທົ່ວປະເທດໂຄສະນາເຜີຍແຜ່ຜະລິດຕະພັນ ແລະ ເຄື່ອງໝາຍການຄ້າຂອງຕົນ.