ງານມະໂຫລານເຍົາວະຊົນ,ອະນຸຊົນອາຊຽນ+: ເຊື່ອມຕໍ່ເດັກນ້ອຍຫວຽດນາມກັບໂລກ

(VOVWORLD) -ຕອນຄ່ຳວັນທີ 01 ມິຖຸນາ, ຢູ່ຮ່າໂນ້ຍ, ຊ່ອງໂທລະພາບແຫ່ງຊາດຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄຂງານມະໂຫລານ ເຍົາວະຊົນ,ອະນຸຊົນອາຊຽນ+ 2017, ດ້ວຍການເຂົ້າຮ່ວມຂອງບັນດາຄະນະສິລະປະເຍົາວະຊົນ, ອະນຸຊົນຂອງ 9 ປະເທດ. 

ງານມະໂຫລານເຍົາວະຊົນ,ອະນຸຊົນອາຊຽນ+: ເຊື່ອມຕໍ່ເດັກນ້ອຍຫວຽດນາມກັບໂລກ - ảnh 1ງານມະໂຫລານເຍົາວະຊົນ,ອະນຸຊົນອາຊຽນ+

(ພາບ: VTV) 

ດ້ວຍຫົວຂໍ້ວ່າ “ການເຄື່ອນໄຫວຄົ້ນຫາ”, ທີ່ພິທີໄຂ, ພວກນ້ອງເຍົາວະຊົນ, ອະນຸຊົນຂອງບັນດາປະເທດຄື: ຫວຽດນາມ, ລາວ, ກຳປູເຈຍ, ໄທ, ມາເລເຊຍ, ມຽນມາ ແລະ ສ.ເກົາຫຼີ, ຈີນ ໄດ້ແນະນຳເຖິງຜູ້ຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ. ຜ່ານນັ້ນ, ຜູ້ຊົມສາມາດຂຸດຄົ້ນບັນດາພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ ກໍຄືສ້າງເງື່ອນໄຂລະຫຼິ້ນທີ່ມີຄວາມໝາຍໃຫ້ພວກນ້ອງເຍົາວະຊົນ, ອະນຸຊົນຂອງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ