ງານລາຕີຊາວໜຸ່ມກອງທັບຫວຽດນາມ - ລາວ

ງານລາຕີຊາວໜຸ່ມກອງທັບຫວຽດນາມ - ລາວ - ảnh 1
ງານ​ລາຕີ​ຊາວ​ໜຸ່ມ​ກອງທັບ​ຫວຽດນາມ - ລາວ
( ພາບ: qdnd.vn )

( vovworld ) -    ​ເນື່ອງ​ໃນ​ອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ ​ແລະ ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ຕອນ​ຄໍ່າ​ວັນ​ທີ 1/8, ຢູ່​ເຊີນ​ໄຕ, ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຈັດ​ງານ​ລາຕີ​ຊາວ​ໜຸ່ມ​ກອງທັບ​ຫວຽດນາມ - ລາວ, ດ້ວຍ​ຫົວ​ຂໍ້​ວ່າ “ ຮ່ວມ​ສາຍພູ​ຫຼວງ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ເພື່ອ​ສະຫາຍ” . ກ່າວ​ຄຳ​ເຫັນ​ທີ​ພິທີ​ໄຂ, ພົນ​ຕີ Dao Duy Minh, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽ​ດນາມ ​ໄດ້​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ, ພ້ອມ​ທັງ​ຢືນຢັນວ່າ ການ​ເຄື່ອນ​ໄຫວ​ດ້ານ​ປ້ອງ​ກັນປະ​ເທດສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ລາວ ​ໄດ້​ຮັບ​ການ​ປັບປຸງ​ ​ແລະ ພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​​ແມ່ນໄດ້​ຮັບ​ການ​ສືບ​ທອດ​ຂອງ​ກຳລັງ​ຊາວ​ໜຸ່ມ​ກອງທັບ​ສອງ​ປະ​ເທດ.

        ​​ໂດຍແມ່ນ​ກຳລັງ​ຕົ້ນ​ຕໍ່, ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ກອງທັບໂດຍ​ກົງ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພະນັກງານ, ສະມາຊິກຊາວ​ໜຸ່ມກອງທັບ​ສອງ​ປະ​ເທດ​ຫວຍ​ດນາມ - ລາວ ຫຼາຍ​ລຸນຄົນ ​ໄດ້​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ປະ​ເທດ​ຊາດ​ ແລະ ກອງ​ທັບ​ສອງ​ປະ​ເທດເປັນ​ຢ່າງ​ດີ, ຮຽງບ່າ​ຮຽງໄຫຼ່​ຕໍ່​ສູ້​ຢ່າງ​ພິລະອາດ​ຫານ ​ແລະ ​ໄດ້​ຮັບ​​ໄຊຊະນະ​ຢ່າງ​ສະຫງ່າ​ລາສີ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ສົນ​ເປັນ​ກຳລັງ​ຕົ້ນ​ຕໍ່ ​ການ​ເມືອງ, ກຳລັງ​ຕໍ່ສູ້​ທີ່​ຈົ່ງຮັກ​ພັກດີ, ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

        ງານ​ລາຕີ​ຊາວ​ໜຸ່ມ​ກອງທັບ​ຫວຽດນາມ - ລາວ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ໄວ​ໜຸ່ມ​ສອງ​ປະ​ເທດ​ສືບ​ຕໍ່​ປັບປຸງ​ອາລົມ​ຈິດ, ກຳນົດ​ໜ້າ​ທີ່​ຂອງຕົນ​ໃນ​ການ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​- ລາວ.

ຂ່າວ/ບົດ​ອື່ນ