ງານລາຕີສິລະປະອາຊຽນ ຢູ່ Festival ເຫ້ວ 2014
(ພາບ: vov)
(vovworld)- ໃນຂອບເຂດ Festival ເຫ້ວ 2014, ຕອນຄ່ຳວັນທີ 19/4, ຢູ່ນະຄອນເຫ້ວ, ໄດ້ຈັດໃຫ້ມີງານລາຕີສິລະປະອາຊຽນ ຊື່ງແມ່ນລາຍການສະແດງສິລະປະພິເສດ ໂດຍມີການເຂົ້າຮ່ວມຂອງບັນດາປະເທດ, ສະແດງໃຫ້ເຫັນວັດທະນະທຳ, ສິລະປະຫຼາຍຮູບຫຼາຍແບບຂອງອາຊຽນ. ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ຮ່ວາງຕວນແອງ, ທ່ານລັດຖະມົນຕີຮັບຜິດຊອບວັດທະນະທຳບັນດາປະເທດອາຊຽນ ແລະ 3 ປະເທດຄູ່ເຈລະຈາຄື: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍ່ໄດ້ເຂົ້າຮ່ວມງານລາຕີສິລະປະຄັ້ງນີ້.
13 ລາຍການສະແດງສິລະປະຂອງ 10 ປະເທດອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ ໄດ້ສະແດງໃຫ້ເຫັນສີສັນສະເພາະຂອງແຕ່ລະປະເທດ. ທ່ານຟານຕຽນຢຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເທື່ອທຽນເຫ້ວ ໃຫ້ຮູ້ວ່າ:
“ມື້ນີ້, ເຫ້ວໄດ້ຮັບຮອງແມ່ນນະຄອນວັດທະນະທຳຂອງອາຊຽນ. ສິ່ງດັ່ງກ່າວໄດ້ເປີດບັນດາການເຄື່ອນໄຫວໃນຊຸມປີຈະມາເຖິງ ຊື່ງມື້ນີ້ແມ່ນການເຄື່ອນໄຫວທຳອິດ. ນີ້ກໍ່ແມ່ນບ່ອນເຕົ້າໂຮມວັດທະນະທຳຂອງບັນດາເຂດພາກໃນທົ່ວປະເທດ, ເຕົ້າໂຮມສິ່ງຍອດຍິ່ງວັດທະນະທຳຂອງປະເທດຕ່າງໆໃນພາກພື້ນ“./.