ງານ​ວາງສະ​ແດງ “ດ້ຽນບຽນ​ຝູທາງ​ອາກາດ​ຜ່ານ​ບັນດາ​ເອກະສານ​ພາຍ​ໃນ ​ແລະ ຕ່າງປະ​ເທດ”

ງານ​ວາງສະ​ແດງ “ດ້ຽນບຽນ​ຝູທາງ​ອາກາດ​ຜ່ານ​ບັນດາ​ເອກະສານ​ພາຍ​ໃນ ​ແລະ ຕ່າງປະ​ເທດ” - ảnh 1
ງານວາງສະແດງ ດ້ຽນບຽນຝູທາງອາກາດ
ພາບ:TTXVN


 (vovworld) - ງານ​ວາງສະ​ແດງ“ດ້ຽນບຽບຝູທາງ​ອາກາດຜ່ານ​ບັນດາ​ເອກະສານ​ພາຍ​ໃນ ​ແລະ ຕ່າງປະ​ເທດ” ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 26/12 ຢູ່​ຫໍ​ສະຫມຸດ​ແຫ່ງ​ຊາດ​ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ໄດ້​ແນະນຳ​ເອກະສານ, ປື້​ມ, ຮູບ​ພາບ ກວ່າ 600 ຢ່າງ​ກ່ຽວ​ກັບ​ປະຫວັດສາດ ຮ່າ​ໂນ້ຍ ​ໃນ 12 ວັນ​ ​ແລະ ຄືນ, ດ້ຽນບຽນ​ຝູທາງ​ອາກາດ; ຮ່າ​ໂນ້ຍ 12 ວັນ ​ແລະ ຄືນ​ດ້ຽນບຽນ​ຝູທາງ​ອາກາດຜ່ານ​ສາຍຕາ​ຂອງຊາວ​ຕ່າງປະ​ເທດ. ທ່ານ​ນາງ ກ່ຽວ​ທູຍງາ (Kiều Thúy Nga), ຮອງ​ຜູ້ອຳນວຍການ​ຫໍ​ສະຫມຸດ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

        “ບັນດາ​ເອກະສານ​ດັ່ງກ່າວແມ່ນ​ເອກະສານ​ອັນ​ລ້ຳ​ຄ່າ​ຂອງ​ຫໍ​ສະຫມຸດ​ແຫ່ງ​ຊາດ​ຜ່ານ​ໄລຍະ​ຕໍ່ຕ້ານ. ພວກ​ຂ້າພະ​ເຈົ້າ​ຍັງ​ແນະນຳ​ບັນດາວິທະຍາ​ນິພົນ​ບັນ​ດີດ​ປະລິຍາ​ເອກ, ບົດ​ຄົ້ນ​ຄ້ວາ​ໃຫມ່​ກ່ຽວ​ກັບ​ດ້ຽນບຽນ​ຝູທາງ​ອາກາດ. ບັນດາ​ເອກະສານ​ຕ່າງປະ​ເທດ​ຊຶ່ງ​ລວມມີ: ບົດ​ຫວນ​ຄືນ, ບົດ​ຂຽນ​ຂອງ​ບັນດາ​ນັກ​ຂ່າວ​ເຄີຍ​ເຂົ້າ​ຮ່ວມ​ໄລຍະ​ສົງຄາມ​ຢູ່ ຫວຽດນາມ. ”

        ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ ກວ໋າງຫງາຍ ກໍ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງຮູບ​ພາບ​ກ່ຽວ​ກັບ 40 ປີ​ແຫ່ງ​ໄຊຊະນະ “ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ”.

 

 

 

 

ຂ່າວ/ບົດ​ອື່ນ