ງານວາງສະແດງ ລະນຶກ 51 ປີ ແຫ່ງ ວັນວິນາດສະກຳ ທາດພິດສີສົ້ມ/dioxin ຫວຽດນາມ

ງານວາງສະແດງ ລະນຶກ 51 ປີ ແຫ່ງ ວັນວິນາດສະກຳ ທາດພິດສີສົ້ມ/dioxin ຫວຽດນາມ - ảnh 1
ງານວາງສະແດງໄດ້ວາງສະແດງຮູບ 102 ແຜ່ນ
(ພາບປະກອບ)

(vovworld) -  ຕອນ​ເຊົ້າ​ວັນ​ທີ 1/8 ຢູ່ ນະຄອນ ​ໂຮ່ຈິ​ມີນ ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ​ເນື່ອງ​ໃນ​ໂອກາດ​ລະນຶກ 51 ປີ ​ແຫ່ງ​ວັນ​ວິນາດສະກຳ​ທາດ​ພິດ​ສີ​ສົ້ມ/dioxin ຢູ່ ຫວຽດນາມ, ​ໂດຍ ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/dioxin ນະຄອນ​ໂຮ່ຈິ​ມີນ ຈັດ​ຕັ້ງຂຶ້ນ. ງານ​ວາງສະ​ແດງ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 1 - 12/8 ​ແລະ ​ໄດ້​ວາງສະ​ແດງ​ຮູບ​ພາບ​ກວ່າ 100 ​ແຜ່ນ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​​ຜົນ​ຮ້າຍ​ຢ່ອນ​ຫລັງ​ຂອງ​ທາດ​ພິດ​ສີ​ສົ້ມ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ຊາວ​ຫວຽດນາມ​ຜ່ານ​ຫລາຍ​ລຸ້ນຄົນ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ​ບືນ​ຕົວ​ຂຶ້ນ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດ້ວຍ​ບັນດາ​ແບບ​ຢ່າງ​ທີ່​ດີ​ເດັ່ນໃນ​ການ​ຮຳ່ຮຽນ, ອອກ​ແຮງ​ງານ ​ແລະ ​ໃນ​ວິວັດທະນາ​ການ​ທວງ​ເອົາ​ຄວາມ​ຍຸດຕິ​ທຳ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ຂົນຂວາຍ​ການ​ລົງ​ລາຍ​ເຊັນ​ສະຫນັບສະຫນູນ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/dioxin ຫວຽດນາມ ​ໃນ​ກໍລະນີ​ຮ້ອງ​ຟ້ອງ​ບັນດາ​ບໍລິສັດ​ເຄມີ​ອາ​ເມ​ລິ​ກາ ຈະ​ມາ​ເຖິງ. ພົນ​ຈັດຕະວາ Tran Ngoc Tho ປະທານ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/dioxin ນະຄອນ​ໂຮ່ຈິ​ມີນ​ໃຫ້​ຮູ້​ວ່າ:

        “​ໃນ​ປີ​ 2012 ຈະ​ໂຄສະນາ​ກ່ຽວ​ກັບ​​ຄວາມ​ຍຸດຕິ​ທຳ​ສຳລັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​​​ໃນປະຈຸ​ບັນ​ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ເປັນ​ຕົ້ນຕໍ. ພ້ອມ​ກັນ​ນັ້ນ ​ກໍໂຄສະນາ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຊາວ ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຊາວ​ຕ່າງປະ​ເທດ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເຂົ້າ​ໃຈ​ໄດ້​ຄວາມ​ເຈັບ​ປວດ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫລືອ​ເຂົາ​ເຈົ້າບັນ​ເທົາ​ຄວາມ​ເຈັບ​ປວດ​ນີ້.”

       

 

ຂ່າວ/ບົດ​ອື່ນ