ງານວາງສະແດງ ຮ່ວາງຊາ - ເຈື່ອງຊາ ແມ່ນຂອງຫວຽດນາມ

ງານວາງສະແດງ ຮ່ວາງຊາ - ເຈື່ອງຊາ ແມ່ນຂອງຫວຽດນາມ - ảnh 1
ງານ​ວາງສະ​ແດງ ຮ່ວາງ​ຊາ - ​ເຈື່ອງ​ຊາ ​ແມ່ນ​ຂອງ​ຫວຽດນາມ
(ພາບ: qdnd.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 06/01, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ຈັດ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ ​ຂອງ​ຫວຽດນາມ - ບັນດາ​ຫລັກ​ຖານ​ປະຫວັດ​ສາດ”. ງານ​ວາງສະ​ແດງ​ເພື່ອ​ແນ​ໃສ່​ໂຄສະນາ​​ເຖິງ​ມວນ​ຊົນຢູ່​ແຂວງ​ດັກ​ລັກ ບັນດາ​ຫລັກ​ຖານຢ່າງໝັ້ນຄົງ​ກ່ຽວ​ກັບອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ນັ້ນ​ແມ່ນ​ເອກະ​ສານ​​ໂດຍລາຊະ​ວົງ​ສັກ​ດີ​ນາ​ຫວຽດນາມ ປະກາດ​ໃຊ້​ແຕ່​ສະຕະວັດ​ທີ 17 ຫາ​ສະຕະວັດ​ທີ 20 ​ໂດ​ຍຢືນຢັນວ່າ ຫວຽດນາມ ​ໄດ້​ກຳນົດ ​ແລະ ມີ​ອະທິປະ​ໄຕ​​ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາຢ່າງ​ລ້ຽນ​ຕິດ. ບັນດາ​ຮູບ​ພາບເອກະສານ​ກ່ຽວກັບໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ໃນ​ສະ​ໄໝຫົວ​ເມືອງ​ຂຶ້ນ​ຝລັ່ງ ແລະ ​​ໄລຍະ​ສາ​ທາລະນະ ຫວຽດນາມ ກໍ່​ໄດ້​ແນະນຳ​ຢູ່​ງານ​ວາງສະ​ແດງ​ຄັ້ງ​ນີ້.

        ​ເຂົ້າ​ຮ່ວມພິທີ​ໄຂ​ງານ​ວາງສະ​ແດງ, ຮ້ອຍ​ຕີ ຫງວຽນ​ງອກ​ເຊີນ, ຜູ່​ທີ່ປະຕິບັດ​ງານ​ຢູ່​ກອງ​ພົນ​ນ້ອຍ 146, ທະຫານ​​ເຮືອເຂດ​ 4 ​ໃຫ້​ຮູ້​ວ່າ.

        “​ເຖິງ​ວ່າ ການ​ດຳລົງ​ຊີວິດ​ຢູ່​ໃນ​ເກາະ​ຍັງ​ຂາດ​ເຂີນ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ຍ້ອນໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ອົງຄະ​ນະ​ພັກ, ກອງ​ບັນຊາ​ການທະຫານ​ທຸກ​ຂັ້ນ, ສະ​ນັ້ນຊີວິດ​ການ​ເປັນ​ຢູ່​ໃນ​ເກາະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​. ຢູ່​​ໃນເກາະບັນດາ​ວັນ​ບຸນ, ບຸນປີ​ໃໝ່ ​ກໍ່ມີ​ກໍ່າປັ່ນ​ຂົນ​ສົ່ງສິນຄ້າ​ໄປ​ຍັງ​ເກາະຢ່າງ​ຄົບ​ຖ້ວນ​ຄື​ຢູ່​ໃນ​ເຂດ​ດິນ​ຕໍ່​ແຜ່ນ, ​ເພື່ອ​ແນ​​ໃສ່​​ເຮັດ​​ໃຫ້ທະຫານ ​ແລະ ຄອບຄົວ​ປ​ະຊາ​ຊົນ​ຢູ່​ທີ່​ນີ້ມີ​ຄວາມ​ອຸ່ນ​ອຽງ​ໃຈ”.

ຂ່າວ/ບົດ​ອື່ນ