ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ຮູບ​ເງົາ​ສາ​ລະ​ຄະ​ດີ - ເອ​ກະ​ສານ ໃນ​ປະ​ຊາ​ຄ​ົມ ອາ​ຊຽນ ຢູ່ ຫວຽດ​ນາມ ປີ 2019

(VOVWORLD) -ວັນທີ 6 ພະຈິກ, ຢູ່ສູນສົ່ງເສີມການລົງທຶນ - ການຄ້າ ແລະ ຕະຫຼາດນັດວາງສະແດງ ເກິ່ນເທີ, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ ຈັດຕັ້ງ ງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົນ ອາຊຽນ ຢູ່ ຫວຽດນາມ ປີ 2019.
ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ຮູບ​ເງົາ​ສາ​ລະ​ຄະ​ດີ - ເອ​ກະ​ສານ ໃນ​ປະ​ຊາ​ຄ​ົມ ອາ​ຊຽນ ຢູ່ ຫວຽດ​ນາມ ປີ 2019 - ảnh 1ແຂກຜູ້ຊົມເຂົ້າຮ່ວມງານວາງສະແດງ (ພາບ: TTXVN)

ງານວາງສະແດງໄດ້ນະນຳພາບຖ່າຍ ກ່ວາ 300 ພາບ, ຮູບເງົາສາລະຄະນດີ - ເອກະສານ 100 ເລື່ອງ ຂອງຜູ້ແຕ່ງບັນດາປະເທດອາຊຽນ ທີ່ຍາດໄດ້ລາງວັນ ແລະ ສາມາດເຂົ້າຮອບຊິງຊະນະເລີດຂອງ ງານມະໂຫລານ ພາບຖ່າຍ ແລະ ຮູບເງົາສາລະຄະນດີ - ເອກະສານ ໃນປະຊາຄົມ ອາຊຽນ ປີ 2010, 2013 ແລະ ປີ 2015 ເຊິ່ງໄດ້ຈັດຕັ້ງຢູ່ ຫວຽດນາມ.

ງານວາງສະແດງມີບັນດາຫົວຂໍ້ຄື: ປະເທດຊາດ, ປະຊາຊົນໃນປະຊາຄົມອາຊຽນ, ປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ບັນດາຊົນເຜົ່າໃນປະຊາຄົນອາຊຽນ.

        ງານວາງສະແດງໄດ້ດຳເນີນແຕ່ວັນທີ 6 – 10 ພະຈິກ. ຫຼັກຈາກນັ້ນ, ບັນດາພາບຖ່າຍ, ຮູບເງົາທັງໝົດຈະໄດ້ມອບໃຫ້ ຄະນະກຳມະການປະຊາຊົນນະຄອນເກິນເທີເພື່ອສືບຕໍ່ເຜີຍແຜ່ໂຄສະນາກ່ຽວກັບປະຊາຄົມ ອາຊຽນ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນປີ 2020, ປີ ຫວຽດນາມດຳລົງຕຳແໜ່ງປະທານອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ